CNN ລາຍງານຂ່າວໃສ່ຮ້າຍຄະນະຜູ້ແທນຈີນ
CNN ລາຍງານຂ່າວໃສ່ຮ້າຍປ້າຍສີຄະນະຜູ້ແທນຈີນທີ່ເຂົ້າຮ່ວມກອງປະຊຸມປະຈຳປີຂອງເວທີປຶກສາຫາລືເສດຖະກິດໂລກ ຕາມຂ່າວCRI: ວັນທີ 23 ພຶດສະພາປີ 2022, CNN ຂອງອາເມຣິກາໄດ້ນຳເອົາຖ້ອຍຄວາມຂອງນັກການເມືອງອາເມຣິກາມາລາຍງານຂ່າວວ່າ:
ທ່ານວະລາດີເມຍ ເຊເລນສະກີ, ປະທານາທິບໍດີອູແກຼນໄດ້ກ່າວຄຳປາໄສໃນກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືເສດຖະກິດໂລກຜ່ານທາງອອນລາຍໃນມື້ດຽວກັນ, ຫຼັງຈາກການກ່າວຄຳປາໄສສິ້ນສຸດລົງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ລຸກຂຶ້ນຕົບມື, ແຕ່ວ່າຄະນະຜູ້ແທນຈີນບໍ່ໄດ້ລຸກຂຶ້ນຕົບມືແລະໄດ້ອອກຈາກຫ້ອງປະຊຸມ.
ກ່ຽວກັບເລື່ອງນີ້, ຄະນະຜູ້ແທນຈີນໄດ້ກ່າວຢ່າງເຄັ່ງຂຶມວ່າ, ການລາຍງານຂ່າວດັ່ງກ່າວແມ່ນບໍ່ສອດຄ່ອງກັບຄວາມເປັນຈິງ. ຄະນະຜູ້ແທນຈີນທີ່ເຂົ້າຮ່ວມກອງປະຊຸມປະຈຳປີຂອງເວທີປຶກສາຫາລືເສດຖະກິດໂລກກ່າວຕໍ່ຂ່າວສານຊິນຮວາວ່າ: ໃນເວລາທ່ານເຊເລນສະກີກ່າວຄຳປາໄສ, ຄະນະຜູ້ແທນຈີນກຳລັງເຈລະຈາກັບທ່ານຟາດິນ ບິໂຣ, ຫົວໜ້າອົງການພະລັງງານສາກົນ.
ທີ່ມາ: CRI