ຍີ່ປຸ່ນ ສ.ອາເມລິກາ ຈະຈັດກອງປະຊຸມເສດຖະກິດໃນເດືອນກໍລະກົດນີ້
ຂປລ.ສຳນັກຂ່າວ ກ່ຽວໂດ,ວັນທີ24ພຶດສະພານີ້, ຍີ່ປຸ່ນ ແລະ ອາເມລິກາ ຈະຈັດ ກອງປະຊຸມ ເສດຖະກິດ ໃນເດືອນ ກໍລະກົດນີ້ ຢູ່ເກາະ ຮາວາຍ ເພື່ອປຶກສາ ຫາລື ບັນດາ ມາດຕະການ ຮັບປະກັນ ຄວາມໝັ້ນຄົງ ດ້ານເສດຖະກິດ
ການສ້າງ ຄວາມຍືດຫຍຸ່ນ ໃນລະບົບ ຕ່ອງໂສ້ ການສະໜອງ ແລະ ເພີ່ມທະວີ ສ້າງລະບຽບການ ທາງເສດຖະກິດ ໃນພາກພື້ນ ອິນໂດ-ປາຊີຟິກ ຫລັງຈາກ ມີຫລາຍ ປະເທດ ພວມຜະເຊີນ ຫລາຍບັນຫາ ທີ່ພົ້ນເດັ່ນ
ໂດຍສະເພາະ ລາຄາ ອາຫານ ແລະ ພະລັງງານ ເພີ່ມສູງຂຶ້ນ ຈາກການ ແພ່ລະບາດ ໂຄວິດ-19 ແລະ ຜົນກະທົບ ຈາກສົ່ງຄາມ ໃນປັດຈຸບັນ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວລາດປາກດີ