ຊາວໂຊຊຽວ ຈັບພິຫຼຸດ ຫຼັງຈາກກຣະຕິກ ອອກລາຍການໂຫນກະແສ

ຊາວໂຊຊຽວ ຈັບພິຫຼຸດ ຫຼັງຈາກກຣະຕິກ ອອກລາຍການໂຫນກະແສ

ເກີດມີການວິພາກວິຈານດັງຂຶ້ນອີກຄັ້ງ ຫຼັງຈາກທີ່ຜູ້ຈັດການຂອງດາລາສາວ ກຣະຕິກ ມາອອກລາຍການໂຫນກະແສ ເພາະການກັບມາຄັ້ງນີ້, ລາວມີຄວາມຫມັ້ນໃຈ ແລະ ເຂັ້ມແຂງຂຶ້ນ. ຈົນພິທີກອນ ໜຸ່ມ ກັນໄຊ ຍັງຕ້ອງຖາມວ່າ ເປັນຫຍັງ ເບີ່ີງເຈົ້າຄືດຸເດືອດກວ່າ.

ໃນດ້ານ ກຣະຕິກ ກໍໄດ້ຖືກເປີດເຜີຍວ່າ ຄວາມເຂັ້ມແຂງເປັນທາງດຽວທີ່ີຈະມີຊີວິດຢູ່ຕໍ່ໄປ ແລະ ນອກຈາກຈະຖືກວິພາກວິຈານເລື່ອງການສະແດງອອກ ໃນໂລກໂຊຊຽວ, ຍັງໄດ້ເວົ້າກ່ຽວກັບເຫດການທີ່ບໍ່ຄາດຄິດ.

ເພາະໃນຕອນສໍາພາດຢູ້ນັ້ນກໍ່ມີໄຟຕົກ ເຊິ່ງ ໜຸມ ກັນໄຊ ກໍໄດ້ຖາມທີມງານວ່າເຫັນຄືກັນບໍ? ເຊິ່ງ ກຣະຕິກ ກໍໄດ້ເວົ້າສວນຄືນວ່າ ອັນນີ້ຕ້ອງຖາມຊ່າງໄຟ ແລະ ຖາມວ່າ ໜຸ່ມ ກັນໄຊ ນອນໜ້ອຍຫຼືບໍ

ເຫດການນີ້້, ຊາວໂຊຊຽວຈື່ງໄດ້ມີການແຊຊ່ວງໄຟຕົກພ້ອມກັບອອກມາເວົ້າເລີຍວ່າ ມີເຫດການແປກໆ ໄຟຕົກ ແລະ ໄມ ກຣະຕິກຫຼຸດ ຄືກັບວ່າມີພະລັງງານຫຍັງບາງຢ່າງຫຼືບໍ?

ນອກຈາກນັ້ນ, ຊາວໂຊຊຽວ ຍັງສັງເກດເຫັນພຶດຕິກໍາຂອງ ກຣະຕິກ ໃນຂະນະທີ່ໃຫ້ສໍາພາດຢູ່ໃນລາຍການເຊີ່ງ ບັນຍາກາດພາຍໃນຫ້ອງນັ້ນເຢັນຫຼາຍ, ແຕ່ ກຣະຕິກ ເອງກັລມີເຫື່ອຊືມອອກຈາກຮ່າງກາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page