ກຳລັງເປັນກະແສ! ລູກຊາຍແລ່ນຕຳຮູບປັ້ນແຕກມູນຄ່າເກືອບ100ລ້ານກີບ
ເຫດການດັງຈາກຮ່ອງກົງ ທີ່ເດັກນ້ອຍໄດ້ມີການຕຳເອົາຮູບປັ້ນ ເທເລທັບບີ້ແຕກ…ທີ່ມີມູນຄ່າເຖິງ 52,800$ (ຮ່ອງກົງ) ຕົກເປັນເງິນກີບຢູ່ລາວໆເກືອບ 100 ລ້ານກີບ
ເຊິ່ງເຫດການດັ່ງກ່າວເກີດການທົບຖຽງກັນທາງອອນລາຍຫຼາຍ

ວ່າເປັນຫຍັງຖ້າມູນຄ່າສູງຂະໜາດນັ້ນ ຈື່ງຕ້ອງບໍ່ມີຮົ້ວກັ້ນ? ຫຼື ໄວ້ໃນຕູ້ໂຊວ ແຕ່ດ້ວຍຄວາມທີ່ແມ່ເອງບໍ່ມັກເລື່ອງຈື່ງໄດ້ມີການຊຳລະເຊິ່ງທາງຮ້ານໃຫ້ບັດສ່ວນລົດ -30%
ແຕ່ທາງແມ່ເອງກໍ່ບໍ່ພໍໃຈແລະບໍ່ອອກຄຳເຫັນຫຍັງໃນຮ້ານຫຼັງເຈລະຈາເລື່ອງລາຄາ

ນອກຈາກຂໍເອົາພາບຈາກກ້ອງວົງຈອນມາດປີດສູ່ທາງອອນລາຍວິພາກວິຈານ, ເພາະແມ່ຍັງຢືນຢັນວ່າລູກບໍ່ໄດ້ເຈດຕະນາຕຳເລີຍ ແຄ່ເປັນການແລ່ນດາດເອົາກໍ່ລົ້ມງ່າຍຂະໜາດນັ້ນ ແຖມມາຕັ້ງທາງເຂົ້າອີກ?

ເຫດການນີ້ເປັນອຸທາຫອນໃຫ້ພໍ່ແມ່ຫຼາຍຄົນຕວນໃສ່ໃຈລູກຢ່າງຍິ່ງຂະນະທີ່ພາໄປສະຖານທີ່ສາທາລະນະຫຼືຮ້ານຄ້າຕ່າງໆ
Cr: Clipded