ຢ່າຫາເຮັດ ! ກິນບຸບເຟ່ບໍ່ໝົດແລ້ວເອົາເຊື່ອງ ເພື່ອບໍ່ໃຫ້ຖືກປັບໃໝ?
ລ່າສຸດທີ່ ຮ້ານຊາບູຄອນ ພົບລູກຄ້າກິນທີ່ກິນເຫຼືອ ແລະ ໄດ້ມີການປັບໄໝຕາມລະບຽບຂອງຮ້ານ ແຕ່ເບິ່ງດີໆແລ້ວເຫັນວ່າຍັງມີອີກຫຼາຍອັນທີ່ເຊື່ອງໄວ້ ຮ້ານຊາບູຄອນ ໄດ້ໂພສເລື່ອງນີ້ລົງໃນເຟສບຸກຂອງ SHABU CON ໂດຍກ່າວວ່າ:

” ບຸບເຟ່ຂອງຮ້ານແມ່ນລາຄາ 299 ບາດ ( ປະມານ 138,000ກີບ) ຄ່ອຍໆສັ່ງ ຄ່ອຍໆຕັກ, ຮ້ານເຮົາບໍ່ຈໍາກັດເວລາ. ແຕ່ກະລຸນາຢ່າເຮັດແບບນີ້.” ພ້ອມກັບໂພສຮູບພາບອາຫານທີ່ເຫຼືອກອງສູງເທົ່າກັບພູ
ສໍາຫຼັບເບື້ອງຫຼັງຂອງອາຫານທີ່ເຫຼືອນັ້ນ ທາງຮ້ານບອກວ່າເປັນຜົນງານຂອງລູກຄ້າ 2ຄົນ ທີ່ເຂົ້າມາກີນ ໃນວັນທີ 23 ພຶດສະພາ
ຕອນທໍາອິດທາງຮ້ານພົບວ່າທັງ 2ກີນເຫຼືອ 6ຂີດ ຈື່ງໄດ້ປັບຂີດລະ 50ບາດ ( 23,000ກີບ ) ຕາມກົດລະບຽບຂອງຮ້ານ.
ເມື່ອລູກຄ້າທັງ 2 ອອກຈາກຮ້ານໄປແລ້ວ ແລະ ພະນັກງານໄດ້ເຂົ້າໄປເກັບໂຕະ ພົບວ່າ ຫຼັງມີ ອາຫານຍັງເຫຼືອອີກຫຼາຍທີ່ເຊື່ອງໄວ້ ໃນເຈ້ຍທິດຊູູູ່, ໃນຖ້ວຍ ແລະ ເອົາເປືອກໝາກໄມ້ທັບໄວ້. ເມື່ອເກັບອາຫານທີ່ເຫຼືອມາລວມກັນແລ້ວ ມີຫຼາຍຮອດ 1ກິໂລ.
ເຈົ້າຂອງຮ້ານບອກວ່າ ເຫັນແບບນີ້ແລ້ວໝົດແຮງເລີຍ
ສຸດທ້າຍທາງຮ້ານຝາກບອກລູກຄ້າທຸກຄົນວ່າ ” ກິນຫຼາຍ ກິນເກັ່ງ ກິນໝົດເທົ່າໃດບໍ່ວ່າ ແຕ່ຂໍຢ່າກິນເຫຼືອ ຢ່າກີນຖີ້ມແບບນີ້ ” (ຂ່າວຈາກປະເທດເພື່ອນບ້ານ)