ໂຄງການອາຫານໂລກ ພວມລໍຖ້າຄວາມຊ່ວຍເຫລືອຈາກຄົນຮັ່ງມີ

ໂຄງການອາຫານໂລກ ພວມລໍຖ້າຄວາມຊ່ວຍເຫລືອຈາກຄົນຮັ່ງມີ

ຂປລ.ສຳນັກຂ່າວ CNBC,ວັນທີ24ພຶດສະພານີ້, ທ່ານ ເດວິດ ບີສລີ(David Beasley), ຜູ້ອໍານວຍການ ໂຄງການ ອາຫານໂລກ(WEF) ຂອງອົງການ ສະຫະ ປະຊາຊາດ (UN) ໄດ້ຮຽກຮ້ອງ ໃຫ້ບັນດາ ຄົນຮັ່ງມີ

ໃຫ້ການ ສະໜັບ ສະໜູນ ຊ່ວຍເຫລືອ ຄົນອຶດຫິວ, ໂດຍກ່າວວ່າ ເຖິງເວລາແລ້ວ ບັນດາ ຄົນຮັ່ງມີ.”ຕ້ອງເພີ່ມ ການຊ່ວຍເຫລືອ ຕື່ມອີກ” ເນື່ອງຈາກ ໄພຂົ່ມຂູ່ ຈາກຄວາມ ບໍ່ໝັ້ນຄົງ ດ້ານອາຫານໂລກນັ້ນ ເພີ່ມສູງຂຶ້ນ ຍ້ອນມີຫລາຍເຫດ ການ ເກີດຂຶ້ນ ທີ່ພົ້ນເດັ່ນ ແລະ ຢ່າງເຄັ່ງຮ້ອນ ໃນປັດຈຸບັນ ເປັນຕົ້ນ:

ການແພ່ລະບາດ ຂອງເຊື້ອພະຍາດຕ່າງໆ, ບັນຫາ ທາງເສດຖະກິດ ແລະ ຄວາມຄັດແຍ່ງກັນ.ດັ່ງນັ້ນ ຈຶ່ງຮຽກຮ້ອງ ກຸ່ມຄົນ ທີ່ຮັ່ງມີທີ່ສຸດ ໃນໂລກ ເຊັ່ນ: ທ່ານ ອີລອນ ມັສ(Elon Musk), ທ່ານ ເຈຟ ເບຊໍສ(Jeff Bezos) ແລະ ທ່ານອື່ນໆອີກ ຮ່ວມມືກັນ ແກ້ໄຂ ບັນຫາ ປະຊາກອນໂລກ ຂາດແຄນ ອາຫານ ທີ່ນັບມື ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. (ພາກຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວລາດປາກດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page