Starbucks ກຽມເລີກກິດຈະການຖາວອນໃນຣັດເຊຍ ຫຼັງດຳເນີນກິດຈະການຫຼາຍວ່າ 15 ປີ
ຈາກສົງຄາມທີ່ກິນເວລາລະຫວ່າງ ຣັດເຊຍ-ຢູເຄຣນ ເບິ່ງຄືຈະເລີ່ມສົ່ງຜົນກະທົບຕໍ່ຄົນໃນປະເທດຫລາຍຂຶ້ນທຸກມື້
ເພາະບັນດາບໍລິສັດຍັກໃຫຍ່ຈາກຕ່າງປະເທດ ຕ່າງກໍພາກັນຂາຍກິດຈະການ ແລະທະຍອຍຍ້າຍອອກຈາກຣັດເຊຍ
ເລີ່ມຕັ້ງແຕ່ McDonald’s ທີ່ປະກາດຂາຍກິດຈະການທັງໝົດໃນຣັດເຊຍ ຫຼັງຈາກເປີດໃຫ້ບໍລິການມາ 30 ປີ ເມື່ອອາທິດທີ່ຜ່ານມາ ຈົນລ່າສຸດເຖິງຄິວຂອງ Starbucks ຣ້ານກາເຟເບີ 1 ຂອງໂລກ ທີ່ປະກາດປິດສາຂາໃນຣັດເຊຍທັງໝົດກວ່າ 130 ສາຂາ ຫຼັງດຳເນີນກິດຈະການຫລາຍກວ່າ 15 ປີ
ແນວໃດກໍຕາມ ການປິດກິດຈະການທີ່ຣັດເຊຍໃນເທື່ອນີ້ອາດບໍ່ສົ່ງຜົນກະທົບກັບລາຍໄດ້ໂດຍລວມຂອງ Starbucks ເທົ່າໃດ ເພາະສາຂາຂອງ Starbucks ສ່ວນໃຫຍ່ໃນຣັດເຊຍນັ້ນ ບໍລິຫານງານໂດຍບໍລິສັດທ້ອງຖິ່ນທີ່ຊື້ສິດແຟຣນໄຊ ໃນການບໍລິຫານໄປ.
ເຊິ່ງຖ້າຄຳນວນສັດສ່ວນລາຍໄດ້ຂອງ Starbucks ໃນຣັດເຊຍ ຈະຄິດເປັນພຽງ 1% ຈາກລາຍໄດ້ທົ່ວໂລກເທົ່ານັ້ນ..
ແນວໃດກໍຕາມ Starbucks ຢືນຢັນວ່າຈະມີການຈ່າຍເງີນຊົດເຊີຍໃຫ້ກັບພະນັກງານໃນຣັດເຊຍທີ່ໄດ້ຮັບຜົນກະທົບຈາກການຕັດສິນໃຈເທື່ອນີ້ ປະມານ 2,000 ຄົນ
ແລະພ້ອມຈະຊ່ວຍເຫຼືອພະນັກງານເຫຼົ່ານີ້ຢ່າງເຕັມທີ່ໃນການຫາໂອກາດໃໝ່ໆ ໃນການເຮັດວຽກ
ທັງນີ້ Starbucks ໄດ້ຢຸດດຳເນີນງານທັງໝົດໃນຣັດເຊຍຊົ່ວຄາວ ໂດຍລະງັບກິດຈະກຳທາງທຸລະກິດທັງໝົດ ຕັ້ງແຕ່ການຈັດສົ່ງວັດຖຸດິບ ລວມໄປເຖິງປິດສາຂາເປັນການຊົ່ວຄາວ ຕັ້ງແຕ່ວັນທີ 8 ມີນາ ທີ່ຜ່ານມາ ໂດຍໃນການລາຍງານຜົນປະກອບການໃນໄຕມາດ
ລ່າສຸດທີ່ຜ່ານມາ Starbucks ກໍບໍ່ໄດ້ເປີດເຜີຍເຖິງຜົນກະທົບຈາກການຢຸດກິດຈະກຳທາງທຸລະກິດໃນຣັດເຊຍແຕ່ຢ່າງໃດ ມີພຽງອະດີດ CEO ເຄວີນ ຈອນສັນ ທີ່ໄດ້ອອກມາຊີ້ແຈງວ່າ ຈະບໍລິຈາກລາຍໄດ້ຈາກຄ່າລິຂະສິດຮ້ານ Starbucks ໃນຣັດເຊຍ
ເພື່ອຊ່ວຍເຫລືອດ້ານມະນຸດຊະທຳ ການຕັດສິນໃຈປິດກິດຈະການໃນເທື່ອນີ້ຂອງ Starbucks ເປັນຜົນມາຈາກແຮງກົດດັນຈາກຜູ້ບໍລິໂພກແລະບໍລິສັດຈາກສັນຊາດຕາເວັນຕົກ ທີ່ຕ້ອງການຕໍ່ຕ້ານສົງຄາມລະຫວ່າງ ຣັດເຊຍ-ຢູເຄຣນ ດ້ວຍການ “ແບນ” ບໍລິສັດໃດໆກໍຕາມທີ່ເຮັດທຸລະກິດໃນຣັດເຊຍ
ກໍລະນີແບບນີ້, ສຳລັບບໍລິສັດທີ່ມີສັດສ່ວນລາຍໄດ້ໃນຣັດເຊຍນ້ອຍ ການເລີກເຮັດທຸລະກິດໃນຣັດເຊຍເພື່ອຖືຮັກສາຄວາມສຳພັນກັບລູກຄ້າສ່ວນໃຫຍ່ ອາດເບິ່ງຈະເປັນຕົວເລືອກທີ່ດີກວ່າ ແຕ່ສຳລັບບໍລິສັດທີ່ມີສັດສ່ວນລາຍໄດ້ໃນຣັດເຊຍຫລາຍເຫດການແບບນີ້ຈຶ່ງບໍ່ຕ່າງຈາກຝັນຮ້າຍ.
ທີ່ມາ: ນັກທຸລະກິດ New CEO Laos