ຈີນເຕືອນອີກຮອບ! ສະຫະລັດ ຫຼີ້ນກັບໄຟ ຫຼັງໄບເດນປະກາດພ້ອມໃຊ້ກໍາລັງປົກປ້ອງໄຕ້ຫວັນ

ຈີນເຕືອນອີກຮອບ! ສະຫະລັດ ຫຼີ້ນກັບໄຟ ຫຼັງໄບເດນປະກາດພ້ອມໃຊ້ກໍາລັງປົກປ້ອງໄຕ້ຫວັນ

ຄະນະລັດຖະມົນຕີຈີນ ອອກມາເຕືອນເມື່ອວັນທີ 23ພຶດສະພາ ວ່າ ສະຫະລັດ ກໍາລັງຫຼີ້ນກັບໄຟ ຫຼັງຈາກປະທານາທິບໍດີ ໂຈ ໄບເດນ ຂອງອາເມຣິກາ ປະກາດພ້ອມທີ່ຈະໃຊ້ກໍາລັງປົກປ້ອງໄຕ້ຫວັນ ໃນກໍລະນີທີ່ປັກກິ່ງ ພະຍາຍາມເຂົ້າຍືດຄອງ ຕາມລາຍງານຂອງສື່ມວນຊົນແຫ່ງລັດ

” ອາເມຣິກາ ກໍາລັງໃຊ້ໄຕ້ິຫວັນໃນການສະກັດກັ້ນຈີນ ແລະ ພວກເຂົາເອງຈະຖຶກເຜົາໄໝ້ ” ຈູ ເຟືອງຫຼຽນ ຄະນະຣັດທະມົນຕີຈີນໄດ້ກ່າວໄວ້ ວໍຊິງຕັນ ແລະ ບັນດາພັນທະມິດ ໃນນັ້ນລວມເຖິງຢີ່ປຸ່ນ ວາງມາດຕະການຕອບໂຕ້

ໜັກໜ່ວງທີ່ກໍານົດຫຼີ້ນງານຣັດເຊຍ ຈາກກໍລະນີທີ່ຮຸກຮານຢູເຄຣນ ໃນຖານະເປັນຄໍາເຕືອນຫາປະເທດອື່ນໆ ໂດຍສະເພາະຈີນ ຕໍ່ຄວາມເຄື່ອນໄຫວທາງທະຫານຝ່າຍໃດໜື່ງ.

ໃນຂະນະທີ່ ວໍ ຊິງຕັນ ຖຶກບັງຄັບຕາມກົດໝາຍໃຫ້ມອບຫົນທາງຕ່າງໆ ສໍາຫຼັບການປ້ອງກັນຕົນເອງໃຫ້ແກ່ໄຕ້ຫວັນ ແຕ່ພວກເຂົາມີນະໂຍບາຍ ທີ່ຄຸມເຄືອມາດົນວ່າຈະເຂົ້າແຊກແຊງທາງທະຫານ ຫຼື ບໍ ເພືອປົກປ້ອງໄຕ້ຫວັນໃນກໍລະນີທີ່ຖຶກຈີນໂຈມຕີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page