ໃຜເປັນເຈົ້າຂອງ ກັບມາເອົາລົດແລະເຄື່ອງແດ່ເດີ

ຄົນຂົນຢ າເ ສ ບ ຕິ ດ ປະລົດ ປະຢາໜີເຂົ້າປ່າ

ຜູ້ຄ້າຂາຍ ແລະ ຂົນສົ່ງຢ າເ ສ ບ ຕິ ດ ຖິ້ມລົດພ້ອມຢ າໄ ອສ໌ 40 ຫໍ່ ແລະ ຢ າບ້ າ ໄວ້ໃຫ້ເຈົ້າຫນ້າທີ່ ສ່ວນຜູ້ຄ້າຂາຍຫລົບຫນີເຂົ້າປ່າ.ໃນວັນທີ 21 ພຶດສະພາ 2022 ເຈົ້າຫນ້າທີ່ ປກສ ແຂວງຫົວພັນ ໄດ້ຕັ້ງຈຸດກວດກາຕາມເສັ້ນທາງວຽງຈັນ-ຊຳເຫນືອ,

ໃນຂະນະນັ້ນ ໄດ້ມີລົດກະບະຣິໂວ້ ອສ 5699 ກຳແພງ ນະຄອນ ຂັບຂີ່ມາແຕ່ທາງ ນະຄອນຫລວງວຽງຈັນ ເຈົ້າຫນ້າທີ່ຈິ່ງສັນຍານ ໃຫ້ຢຸດເພື່ອກວດກາ, ແຕ່ຜຸ້ຂັບຂີ່ໄດ້ຂັບລົກຜ່າດ່ານກວດ ເຈົ້າຫນ້າທີ່ຈິ່ງໄດ້ໄລ່ຕາມ ປະມານ 800 ເເມັດ ເຫັນລົດຄັນດັ່ງກ່າວຈອດຖິ້ມຢູ່ແຄມທາງ ແຕ່ຜູ້ຂັບຂີ່ເອົາຕົວຫລົບຫນີ.

ຈາກນັ້ນ ເຈົ້າຫນ້າທີ່ຈິ່ງນຳເອົາລົດຄັນດັ່ງກ່າວ ມາຮັກສາໄວ້ ມື້ຕໍ່ຫນ້າສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາລົດ ພົບເຫັນຢ າໄ ອສ໌ 40 ຫໍ່ ແລະ ຢ າ ບ້ າ 4 ມັດ ມີ 8.000 ເມັດ ຊຸກເຊື່ອງໄວ້ໃນລົດ. ຕໍ່ກັບຄະດີນີ້ ເຈົ້າຫນ້າທີ່ກຳລັງໄລ່ຊອກ-ໄລ່ຈັບ ຜູ້ບົ່ງການມາດຳເນີນຄະດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page