ສະຫະລັດ ປິດຊ່ອງທາງ ບໍ່ໃຫ້ຣັດເຊຍ ສາມາດຊຳລະໜີ້ສິນ ແກ່ນັກລົງທຶນສາກົນໄດ້
ສະຫະລັດຈະປິດຊ່ອງທາງສຸດທ້າຍສຳລັບຣັດເຊຍໃນການຊຳລະໜີ້ສິນຫຼາຍຕື້ໂດລາ ແກ່ນັກລົງທຶນສາກົນໃນວັນພຸດມື້ນີ້ ຊຶ່ງເຮັດໃຫ້ຣັດເຊຍພາດວັນຊຳລະໜີ້ຂອງຕົນທັງໝົດ ທີ່ຫຼີກລ່ຽງບໍ່ໄດ້ ເປັນເທື່ອທຳອິດ ນັບຕັ້ງແຕ່ເກີດການປະຕິວັດ ໂບລເຊວິກ (Bolshevik) ເປັນຕົ້ນມາ, ອີງຕາມອົງການຂ່າວເອພີ (AP).
ກະຊວງການເງິນກ່າວຢູ່ໃນໃບແຈ້ງການວ່າ ຕົນບໍ່ມີແຜນຈະຕໍ່ອາຍຸໃບອະນຸຍາດ ທີ່ໃຫ້ຣັດເຊຍ ສາມາດຮັກສາການຊໍາລະໜີ້ສິນ ແກ່ເຈົ້າໜີ້ໂດຍຜ່ານທະນາຄານຂອງອາເມຣິກາໄດ້.
ນັບຕັ້ງແຕ່ມີການລົງໂທດຮອບທຳອິດ, ກະຊວງການເງິນໄດ້ໃຫ້ອະນຸຍາດທະນາຄານຕ່າງໆ ດຳເນີນການຊຳລະພັນທະບັດຈາກຣັດເຊຍ. ປ່ອງຢ້ຽມນັ້ນໝົດອາຍຸ ໄປ ໃນເວລາທ່ຽງຄືນຂອງວັນທີ 25 ພຶດສະພາມື້ນີ້.
ມີສັນຍານທີ່ຊີ້ໃຫ້ເຫັນແລ້ວວ່າ ລັດຖະບານຂອງທ່ານໄບເດັນບໍ່ຍິນດີທີ່ຈະຕໍ່ກຳນົດເສັ້ນຕາຍນັ້ນ.ໃນກອງປະຊຸມຖະແຫລງຂ່າວກ່ອນຈະມຸ້ງຫນ້າໄປສູ່ກອງປະຊຸມລັດຖະມົນຕີກະຊວງການເງິນຂອງເຈັດປະເທດທີ່ເມືອງໂຄເອນິກສວິນເຕີ (Koenigswinter),
ປະເທດເຢຍຣະມັນ ໃນອາທິດຜ່ານມາ, ລັດຖະມົນຕີກະຊວງການເງິນ, ທ່ານນາງແຈແນັດ ເຢລເລັນ (Janet Yellen) ກ່າວວ່າ ປ່ອງຢ້ຽມຍັງມີຢູ່ “ເພື່ອໃຫ້ ເວລາສໍາລັບການປ່ຽນ ແປງທີ່ເປັນລະບຽບຮຽບຮ້ອຍເກີດຂຶ້ນໄດ້ ແລະ ເພື່ອໃຫ້ ນັກລົງທຶນສາມາດຂາຍຫຼັກຊັບຂອງຕົນໄດ້.”
“ສິ່ງຄາດຫວັງໄວ້ ກໍແມ່ນວ່າ ມັນແມ່ນເວລາອັນຈໍາກັດ,” ນັ້ນຄືຄໍາເວົ້າຂອງທ່ານນາງເຢລເລັນ.
ຖ້າບໍ່ມີໃບອະນຸຍາດໃຫ້ໃຊ້ທະນາຄານສະຫະລັດເພື່ອຊຳລະໜີ້ສິນຂອງຕົນແລ້ວ, ຣັດເຊຍຈະບໍ່ສາມາດຊໍາລະໜີ້ ໃຫ້ບັນດານັກລົງທຶນ ໃນພັນທະບັດສາກົນ. ວັງເຄຣັມລິນໄດ້ໃຊ້ທະນາຄານ JPMorgan Chase ແລະ Citigroup ເປັນຊ່ອງທາງສຳລັບຈ່າຍພັນທະໜີ້ສິນຂອງຕົນ.
ທີ່ມາ: Voa