ບົດຄວາມດີໆຢາກໃຫ້ອ່ານ ຮູ້ບໍ? ເປັນຫຍັງນໍ້າຕົກຈື່ງງາມ
ພໍ່: ຮູ້ບໍລູກເປັນຫຍັງນໍ້າຕົກຈື່ງງາມ
ລູກ: ຍ້ອນວ່າມັນເປັນນໍ້າຕົກຫັ້ນແຫຼະພໍ່…
ພໍ່: ບໍ່ແມ່ນດອກລູກ ທີ່ນໍ້າຕົກງາມຫັ້ນ ຍ້ອນນໍ້່າຕົກບໍ່ຍອມເກັບນໍ້າໄວ້ໃນຊັ້ນຂອງຕົນເອງຕ່າງຫາກ.
ລູກ: ໝາຍຄວາມວ່າຈັ່ງໃດພໍ່…
ພໍ່: ລູກສັງເກດບໍ ເວລານໍ້າຕົກ ຕົກລົງມາຈາກຊັ້ນໜື່ງແລ້ວ ນໍ້ານັ້ນຈະຖຶກສົ່ງຕໍ່ລົງໄປອີກຊັ້ນໜື່ງທັນທີ ເພາະວິທີນີ້ທີ່ນໍ້າຕົກບໍ່ເຫັນແກ່ຕົວ ແຕ່ຍອມສົ່ງນໍ້າທີ່ຕົກມາຈາກຊັ້ນອື່ນ ແລ້ວສົ່ງຕໍ່ກັນໄປເລື້ອຍໆ ເພາະແບບນີ້ ນໍ້າຕົກຈື່ງງາມ ແລະ ນໍ້າຕົກຈື່ງຍັງຄົງເປັນນໍ້າຕົກທີ່ມີສະເໜ່
ຂໍ້ຄິດຈາກເລື່ອງນີ້ສອນໃຫ້ຮູ້ວ່າ…
ຢ່າລືມເດີ່ລູກ…ຖ້າລູກຢາກໃຫ້ຕົວເອງເປັນຄົນທີ່ໜ້າຮັກ ລູກຄວນຈະເປັນແບບນໍ້າຕົກຫາກມີສີ່ງດີໆ ຕົກມາຮອດຕົວລູກຢ່າເກັບສີ່ງດີທ ນັ້ນໄວ້ຄົນດຽວ ລູກຕ້ອງຮຽນຮູ້ທີ່ແບ່ງປັນອອກໄປໃຫ້ໄດ້ຫຼາຍທີ່ສຸດ ມີແຕ່ຄົນທີ່ “ ໃຫ້ໄປ ” ເທົ່ານັ້ນແຫຼະລູກຈື່ງຈະເປັນຄົນທີ່ “ ໄດ້ຮັບ ” ຢ່າງແທ້ຈິງ.
ຈາກທໍາມະສະຫວັດດີ