ຣັດເຊຍຖະຫຼົ່ມໜັກ! ປິດລ້ອມສອງເມືອງໃນຄອນບາສ ຂ່າວກອງ ຢູເຄຣນ ໄວໆນີ້ສົງຄາມຈະຮອດຈຸດປ່ຽນ
ມອສໂກ ລະດົມຖະຫຼົ່ມເພື່ອປິດລ້ອມສອງເມືອງໃນພື້ນທີ່ຄອນບາສ ລັດຖະມົນຕີກະຊວງປ້ອງກັນຣັດເຊຍ ອ້າງວ່າຄວາມລ່າຊ້າປະຕິບັດການສູ້ຮົບໃນຢູເຄຣນ ເປັນຜົນມາຈາກຄວາມພະຍາຍາມຫຼີກລ້ຽງຄວາມສູນເສຍຂອງ ພົນລະເມືອງ “ ເຊເລນສະກີ ”
ສວຍໂອກາດທັນທີວ່າ ເປັນເພາະເຄຣມລິນສູນເສຍຢ່າງໜັກ ເຊີີ່ງລວມເຖິງທະຫານເກືອບ 30.000ຄົນ ຂະນະທີ່ຜູ້ບັນຊາການໜ່ວຍຂ່າວກອງທາງທະຫານຂອງຢູເຄຣນບອກວ່າ ເຊື່ອວ່າສົງຄາມຈະມາຮອດຈຸດປ່ຽນພາຍໃນເດືອນສິງຫາ
ເມືອງຊີວີໂຣໂດເນດ
ທາງຝັ່ງຕາເວັນອອກຂອງແມ່ນໍ້າຊີເວີສະກີ ແລະ ເມືອງແຝດລີຊີເເຊນ ເຊີ່ງຢູ່ທາງຝັ່ງຕາເວັນຕົກ ກາຍເປັນສະນາມຮົບທີ່ດຸເດືອດ ( ວັນພຸດ 25ພຶດສະພາ) ໂດຍກໍາລັງຣັດເຊຍເຄື່ອນເຂົ້າໂຈມຕີຈາກ 3ທິດທາງເພື່ອປິດລ້ອມສອງເມືອງນີ້ທີ່ຕັ້ງຢູ່ພາກພື້ນຄອນບາສ ທາງຕາເວັນອອກ ຂອງຢູເຄຣນ
ເຊຍຮີ ເກເດ ຜູ້ວ່າການເຈົ້າແຂວງລູຮັນ ເຊີ່ງເປັນສ່ວນໜືງຂອງ ຄອນບາສ ເຜີຍວ່າ ຣັດເຊຍສົ່ງທະຫານຫຼາຍພັນຄົນເຂົ້າຍຶດລູຮັນ ແລະ ກໍາຊັບວ່າ ການລະດົມຖະຫຼົ່ມເຊເວໂຣ ໂດເນດ ເຮັດໃຫ້ພົນລະເມືອງ 15.000ຄົນ ບໍ່ສາມາດໜີອອກໄປໄດ້.
ອີກໜື່ງສັນຍານສະທ້ອນຄວາມສໍາເລັດຂອງຢູເຄຣນຄື ຄາຄິວ ເມືອງໃຫຍ່ອັນດັບ 2 ທີ່ຢູ່ທາງພາກເໜືອ ເລີ່ມໃຫ້ບໍລິການລົດໄຟໃຕ້ດີນອີກຄັ້ງ ຫຼັງຈາກທີ່ຢູເຄຣນສາມາດຜັກດັນກອງກໍາລັງຣັດເຊຍຖອຍຈົນສຸດລະຍະໂຈມຕີຂອງປືນໃຫຍ່ ເຊັ່ນດຽວກັບທີ່ເຄີຍໄລ່ທະຫານມອສໂກ ຈາກເມືອງຫຼວງເຄຍ ໃນເດືອນມີນາ.