ປາຕິໂທ່! ເຈົ້າຂອງຄວາຍພັນດີລາຄາເກືອບ2ຕື້ກີບ ປະກາດຂາຍນ້ຳເຊື້ອ
ດຽວນີ້ຄວາຍ! ລາຄາບໍ່ແມ່ນໜ້ອຍໆແລ້ວ ໂດຍສະເພາະຄວາຍສາຍພັນດີ ແບບເຈົ້າເງີນດີ ນ້ອງມີຄ່າຕົວສູງຮອດ 4ລ້ານບາດ ແນ່ນອນວ່າຫາກຈະຊື້ຄວາຍໃນລາຄານີ້ ມັນອາດຈະສູງເກີນໄປ ແລະ ຫຼາຍຄົນສູ້ບໍ່ໄຫວ

ແຕ່ຢ່າຟ້າວຖອດໃຈ ທີ່ຈະເປັນເຈົ້າຂອງຄວາຍສາຍພັນດີ ເພາະລ່າສຸດ ທ່ານ ປີຍະວັດ ຈາກຍິ່ງຍົງຟາມ ຈັງຫວັດຮ້ອຍເອັດ ( ບ້ານຂອງເຈົ້າເງີນດີ ) ໄດ້ໂພດໃນກຸ່ມຄວາຍງາມໄທແລນວ່າເປີດຈໍາໜ່າຍນໍ້າເຊື້ອຂອງເຈົ້າເງີນດີ.

ເງີນດີ ເປັນຄວາຍສາຍປະກວດ ສາຍເລືອດອຸໄທທານີ 100% ນ້ອງເປັນລູກຂອງບພໍ່ພັນລ້ານ ແລະ ແມ່ບຸນສົ່ງ ປະຈຸບັນອາຍຸ 4ປີ 4ເດືອນ ສ່ວນສູງ 143ຊມ.

ລັກສະນະເດັ່ນຂອງຄວາຍອຸໄທທານີຄື ສ່ວນກາງຂອງກະໂຫຼກຈະໃຫຍ່ ເຊັ່ນດຽວກັບເຂົາ ທີ່ໃຫຍ່ໂຕຈະໂດດເດັ່ນກວ່າຄວາຍທົ່ວໄປ ເຊີ່ງສໍາລັບເຈົ້າເງີນດີນັ້ນ ໃຜໆກໍຍ້ອງວ່າຫຼໍ່ເໝາະກັບການເປັນພໍ່ພັນທີ່ສຸດ.
ໂດຍທາງຟຣາມຂາຍນໍ້າເຊື້ອຂອງເງີນດີ ໃນລາຄາຊຸດລະ 5.000ບາດ ( ປະມານ 2.350.000ກີບ) ເທົ່ານັ້ນ ແລະ ມີພຽງ 12ແຫຼ່ງທີ່ມາ.