ຈີນ ຢືນໜື່ງ! ຄົນໃນອາຊຽນເບີ່ງປັກກິ່ງເປັນພັນທະມິດທີ່ສໍາຄັນທີ່ສຸດ ເໜືອກວ່າຢີ່ປຸ່ນ ແລະ ສະຫະລັດ.
ປະຊາຊົນໃນເອຊີ ຕາເວັນອອກສຽງໃຕ້ຫຼາຍກວ່າເຄີ່ງ ເລືອກຈີນໃນຖານະພັນທະມິດທີ່ສໍາຄັນ ທີ່ສຸດຂອງພາກພື້ນໃນອານາຄົດ ແຊງໜ້າຢີ່ປຸ່ນເປັນຄັ້ງທໍາອິດ ຈາກຜົນສໍາຫຼວດຄວາມຄິດເຫັນ ຈາກລັດຖະບານຢີ່ປຸ່ນ ແລະ ເຜີຍແຜ່ ( ວັນພຸດ 25ພຶດສະພາ )
ຈີນເລື່ອນຂື້ນມາເປັນພັນທະມິດ ທີ່ສໍາຄັນທີ່ສຸດໃນອານາຄົດຂອງອາຊຽນ ເນື່ອງຈາກແຊ້ມເກົ່າຢ່າງຢີ່ປຸ່ນ ໄດ້ຮັບເລືອກຈາກຜູ້ຕອບ ເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງຢີປຸ່ນທ່າໜື່ງເບີ່ງວ່າ ຜົນຂອງການສໍາຫຼວດອາດກະທົບກະເທືອນເຖິງຄວາມສໍາພັນທີ່ແໜ້ນແຟ້ນຍິ່ງຂື້ນລະຫວ່າງຈີນກັບອາຊຽນ
ແລະ ການມີອິດທິພົນເພີ່ມຂື້ນຂອງຈີນໃນອາຊຽນ ຜ່ານກົນລະຍຸດ “ ການທູດວັກຊີນ ” ເຊີ່ງປັກກີ່ງຈັດມອບວັກຊີນໂຄວິດ-19 ໃຫ້ແກ່ບັນດາປະເທດກໍາລັງພັດທະນາທັງຫຼາຍ.