ເສດຖີຫວຽດນາມ ມອບເງິນ ແລະ ລົດເກງ ໃຫ້ຄອບຄົວນັກກິລາ ບານເຕະຜູ້ທີ່ຍິງປະຕູໄຊ ໃຫ້ ຫວຽດນາມຄວ້າແຊ້ມຊີເກມ ຄັ້ງທີ 31 ໜັງສືພິມ ຕີນເມີຍ ຂອງຫວຽດນາມ ລາຍງານຂ່າວ ວັນທີ 25 ພຶດສະພາ 2022 ວ່າ:
ພາຍຫລັງຊີເກມ ຄັ້ງທີ 31 ທີ່ຫວຽດນາມ ເປັນເຈົ້າພາບຈົບລົງ, ເສດຖີເງິນຕື້ ຫວຽດນາມ ທ່ານ ຟາມຍຶດເມືອງ ນອກຈາກທ່ານໄດ້ມອບລົດເກງໃຫ້ຄູຝຶກ ແລະ ລົດຈັກໃຫ້ກັບທັບນັກກີລາບານເຕະຍິງຜູ້ລະຄັນ ພ້ອມທັງມອບເງິນເປັນຂອງຂວັນລວມໃຫ້ທິມຊາດ ຍິງ ແລະ ນັກກິລາທີ່ຍາດໄດ້ຫລຽນຄຳ,
ຫລຽນເງິນ ແລະ ຫລຽນທອງ ໃນວັນທີ 24 ພຶດສະພາ 2022 ທີ່ຜ່ານມາເປັນເງິນທັງໝົດ 3 ຕື້ກ່ວາດົງ ແລ້ວ ແລະ ໃນຕອນບ່າຍວັນທີ 25 ພຶດສະພາ 2022 ນີ້, ທ່ານ ຟາມຍຶດເງືອງ ຍັງໄດ້ມອບລົດເກງຍີ່ຫໍ້ VinFast LUX A2.0 ມູນຄ່າ 1,35 ຕື້ດົງ ພ້ອມເງິນສົດ 5 ຕື້ດົງ ໃຫ້ຄອບຄົວນັກກິລາ ເຍິ້ມແມັງຢຸງ ຜູ້ທີ່ຍິງປະຕູໄຊ ໃຫ້ກັບທິມຊາດຫວຽດນາມເອົາຊະນະທິມຊາດໄທ
ໃນການແຂ່ງຂັນຊີງຫລຽນຄຳ ບານເຕະຊີເກມຄັ້ງທີ 31 ທີ່ຫວຽດນາມ ຕື່ມອີກ ທັງນີ້ກໍ ເພື່ອບັນເທົາທຸກ ຊ່ວຍຄອບຄົວຂອງພວກເຂົາ.
ຄອບຄົວຂອງ ເຍິມແມັງຢຸງ ຂ້ອນຂ້າງມີຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ. ພໍ່ຂອງເຂົາເປັນ ຊາວນາ ຮັບຈ້າງໄຖນາ, ສ່ວນແມ່ເປັນກຳມະກອນ. ດັ່ງນັ້ນເພື່ອຊ່ວຍເຫລືອໃຫ້ຄອບຄົວໃຫ້ພໍຢູ່ພໍກິນ ແລະ ໃຫ້ ເຍິມແມັງຮຸງ ອຸ່ນອຽນທຸ່ນທ່ຽງ ແລະ ທຸ່ມ ເທເຫື່ອແຮງເຂົ້າໃນການຝຶກຊ້ອມ ເຕະບານໃຫ້ໄດ້ ດີກວ່າເກົ່າ ນຳເອົາກຽດສັກສີມາໃຫ້ປະເທດຊາດ ຕໍ່ໄປ.
ທີ່ມາ: ໜັງສືພິມລາວພັດທະນາ