ສົງຄາມຂອງຢູເຄຮນ-ຣັດເຊຍ

ສົງຄາມຂອງຢູເຄຮນ-ຣັດເຊຍ ເຮັດໃຫ້ເມືອງເຕັມໄປດ້ວຍຂຸມຝັງ ສົ ບ

ໃນວັນທີ 25 ພຶດສະພາ ສຳນັກຂ່າວຣອຍເຕີໄດ້ລາຍງານວ່າ ກອງທັບຣັດເຊຍໄດ້ໂຈມຕີເມືອງທີ່ຢູເຄຣນຍຶດຄອງຢູ່ໃນພູມິພາກດອນບັດສ (Donbas) ເຊິ່ງໃນຂະນະນີ້ເປັນຈຸດສົນໃຈຂອງສົງຄາມ ໂດຍຖືກຂູ່ວ່າຈະປິດເສັ້ນທາງລົບໜີຫຼັກສຸດທ້າຍຂອງປະຊາຊົນ.

ຫຼັງຈາກທີ່ຣັດເຊຍປະລາໄຊຈາກການຍຶດເມືອງຫຼວງຄີຟຂອງຢູເຄຣນ ຫຼື ເມືອງທີ່ 2 ຂອງຄາຄີຟ, ຣັດເຊຍໄດ້ພະຍາຍາມຈະເຂົ້າຄວບຄຸມເຂດດອນບັສ ເຊິ່ງປະກອບມີ ແຂວງທາງພາກຕະເວັນອອກ.

ຣັດເຊຍໄດ້ສົ່ງກອງທັບທະຫານເຂົ້າມາໃນເຂດນັ້ນ ເພື່ອພະຍາຍາມລ້ອມເອົາກອງກຳລັງຢູເຄຣນທີ່ຍັງຍຶດຢູ່ໃນເມືອງ Sievierodonetsk ແລະ Lysychansk. ຣັດເຊຍໄດ້ຖະລົ່ມພວດເຂົາເຮັດໃຫ້ແຂວງນັ້ນຢູ່ພາຍໃຕ້ຄວບຄຸມຂອງຣັດເຊຍ ເຊິ່ງເປັນເປົ້າໝາຍຂອງການເຮັດສົງຄາມ.

ຕຳຫຼວດໃນເມືອງ Lysychansk ກຳລັງເກັບກຳຈຳນວນ ສົ ບ ຂອງຜູ້ເສຍຊີວິດເພື່ອນຳໄປຝັງ, ທ່ານ ສະຮີເກໄດ ເຈົ້າເມືອງ Lysychansk ໄດ້ກ່າວວ່າ: “ມີປະມານ 150 ຄົນທີ່ໄດ້ຖືກຝັງໃນຂຸມ ສົ ບ ໃນເມືອງນີ້”.

ທ່ານ ເກໄດ ໄດ້ກ່າວເພີ່ມວ່າ: “ຂອງຄົວຂອງຜູ້ເສຍຊີວິດທີ່ຖືກຝັງໃນຂຸມ ສົ ບ ສາມາດດຳເນີນການຝັງສົບຄືນໃໝ່ໄດ້ພາຍຫຼັງສົງຄາມຈົບ ແລະ ຕຳຫຼວດກຳລັງອອກເອກະສານທີ່ເຮັດໃຫ້ຊາວຢູເຄຣນສາມາດຮັບເອົາໃບຢັ້ງຢືນການເສຍຊີວິດໃຫ້ຄົນໃນຄອບຄົວໄດ້”.

Leave a Reply

Your email address will not be published. Required fields are marked *

You cannot copy content of this page