ຢູເຄຣນ ເວົ້າດາດ ນາໂຕ້ ເປີດເຜີຍຕົວຕົນ ເມີນເສີຍບໍ່ຢຸດຢັ້ງການຮຸກຮານຂອງລັດເຊຍ.
ດາມີທີ ຄູເລບາ ລັດຖະມົນຕີການຕ່າງປະເທດ ຂອງຢູເຄຣນ ( ໃນວັນພຸດ 25ພຶດສະພາ ) ກ່າວຫາ ນາໂຕ້ “ ເມີນເສີຍບໍ່ເຄືອນໄຫວຫຍັງ ” ຕໍ່ການຮຸກຮານຂອງຣັດເຊຍ ແຕ່ຂະນະດຽວກັນ ໄດ້ກ່າວຍົກຍ້ອງອີຢູ ສໍາຫຼັບປະຕິການຕັດສີນໃຈຕ່າງໆ ທີ່ໃຫ້ການສະໜັບສະໜູນເຄຣຍ
“ ນາໂຕ້ ໃນຖານະພັນທະມິດ ສະຖາບັນໜື້໋ງໆ ວາງຕົວຢູ່ດ້ານນອກ ແລະ ບໍ່ເຄື່ອນໄຫວຫຍັງເລີຍ ຂ້ອຍເສຍໃຈທີ່ຕ້ອງເວົ້າແບບນີ້ ” ໃນຕອນທີ່ຣັດເຊຍເປີດສາກໂຈມຕີຢູເຄຣນ ( ໃນວັນທີ 24ກຸມພາ ) ມີຄວາມຮູ້ສຶກຫຼາຍໃນປະຊາຊົນຢູເຄຣນ ວ່າມັນຄວນເປັນນາໂຕ້ ບໍແມ່ນອີຢູທີ່ຈະຮີບຮ້ອນຊ່ວຍເຫຼືອປະເທດຂອງພວກເຂົາ
ຄູເລບາ ເນັ້ນໜັກວ່າ “ ມີສະມາຊິກບາງສ່ວນໃນພັນທະມິດ ນາໂຕ້ ບໍ່ມີຄວາມຊັດເຈນກ່ຽວກັບການທີ່ຈະໃຫ້ຢູເຄຣນເຂົ້າຮ່ວມເປັນສະມາຊິກຂອງພັນທະມິດທະຫານແຫ່ງນີ້ ໃນຂະນະທີ່ມັນເປັນການເຄື່ອນໄຫວທີ່ຣັດເຊຍຕໍ່ຕ້ານ.
ຕ່າງກັບ ອີຢູ ທີ່່ກໍານົດມາດຕະການຂວ້ຳບາດ! ຫຼີ້ນງານຣັດເຊຍແລ້ວຫຼາຍຮອບນັບຕັ້ງແຕ່ມັອດໂກເປີດສາກຮຸກຮານ ແລະ ຈົນຮອດຂັ້ນທີ່ຫວັງບັນລຸຂໍ້ຕົກລົງຫ້າມນໍາເຂົ້ານໍ້າມັນຈາກຣັດເຊຍໄວໆນີ້.