ຣັດເຊຍກຽມຮັບເກນທະຫານເພີ່ມເພື່ອຮ່ວມສູ້ຮົບ ໂດຍບໍ່ຈຳກັດອາຍຸ

ຣັດເຊຍຂະຫຍາຍເພດານອາຍຸຜູ້ສະໝັກທະຫານກຽມເພີ່ມກຳລັງພົນເພີ່ມຮ່ວມສູ້ຮົບ

ປັດຈຸບັນມີພຽງຊາວຣັດເຊຍອາຍຸ 18-40ປີ ແລະຊາວຕ່າງຊາດອາຍຸ 18-30ປີເທົ່ານັ້ນ ທີ່ສາມາດສະໝັກເຂົ້າເປັນທະຫານໃນກອງທັບຣັດເຊຍ, ທ່ານ ປູຕີນຈຶ່ງຈະລົງນາມເຮັດໃຫ້ມອສໂກສາມາດຮັບສະໝັກຜູ້ທີ່ມີອາຍຸເກີນ 40ປີ ມາສະໝັກເຂົ້າໃນກອງທັບໄດ້ທັນທີ

ຢາເຊສລາຟ ໂວໂລດິນ ປະທານສະພາກ່າວວ່າ “ເວລານີ້ເຮົາຕ້ອງການເສີມຄວາມເຂັ້ມແຂງແກ່ກອທັບຂອງເຮົາ ແລະ ຊ່ວຍກະຊວງປ້ອງກັນປະເທດ ຜູ້ບັນຊາການສູງສຸດຂອງເຮົາກຳລັງເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອຮັບປະກັນໄຊຊະນະຂອງກອງທັບຂອງເຮົາແລະເພີ່ມປະສິດທິພາບແກ່ກອງທັບ”

ກອງທັບລັດເຊຍປະສົບຄວາມສູນເສຍຢ່າງໜັກລະຫວ່າງການສູ້ຮົບໃນຢູເຄຣນ ທາງກະຊວງປ້ອງກັນປະເທດເຄີຍລະບຸຕັ້ງແຕ່ວັນທີ່ 25 ມີນາ 2022 ວ່າມີກຳລັງທະຫານຣັດເຊຍເສຍຊີວິດ 1,351ຄົນ ແລະ ບາດເຈັບ 3,825ຄົນ ນັບຕັ້ງແຕ່ເລີ່ມສົ່ງທະຫານບຸກໂຈມຕີຢູເຄຣນໃນວັນທີ່ 24 ກຸມພາ ເປັນຕົ້ນມາ ຢ່າງໃດກໍ່ຕາມນັບຕັ້ງແຕ່ນັ້ນທາງລັດເຊຍບໍ່ໄດ້ອັບເດດຕົວເລກການສູນເສຍອີກເລີຍ

ອັນເດ ຄາຕາໂປ ຍັງໄດ້ອະທິບາຍເຫດຜົນທີ່ຈະຮັບທະຫານເພີ່ມອີກວ່າ ເພື່ອຄວາມເປັນໄປໄດ້ໃນການດຶງຕົວຜູ້ຊ່ຽວຊານທີ່ມີຄວາມເປັນມືອາຊີບໃນການໃຊ້ງານອາວຸດທີ່ມີຄວາມແມ໋ນສູງ ເຊິ່ງຜູ້ທີ່ມີອາຍຸ 40-50ປີນັ້ນຈະມີປະສົບການສະເພາະທາງນີ້ໂດຍກົງຫຼາຍຄົນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page