ປາຕິໂທ່! ລາຄານ້ຳມັນພືດຈາກ13,000ກີບ ຂຶ້ນເປັນ 38,000ກີບ
ຜູ້ໃຊ້ FB: Dao Sysakdee ແບ່ງປັນປະສົບການຕົນເອງໃນການຊື້ນໍ້າມັນພືດດ້ວຍ Caption: ມັນເກີດຫຍັງຂຶ້ນກັບບ້ານເມືອງເຮົາ ຈາກທີ່ນ້ຳມັນພືດຕຸກ13000₭ ມາເປັນ23000₭ໃນ2ເດືອນຜ່ານມາ ມື້ນີ້ໄປຊື້ອີກຂຶ້ນລາຄາ38000₭ ຢ່າຄິດແຕ່ນ້ຳມັນເຄື່ອງຈັກແພງຂຶ້ນ ນ້ຳມັນພືດຍິ່ງຂຶ້ນ3ເທົ່າ

ໜ່ວຍງານການຄ້າທີ່ກ່ຽວຂ້ອງຄືບໍ່ໄປກວດສອບແຕ່ລະຮ້ານມັນຄືກັນບໍ່ໃນລາຄານີ້ ມີແຕ່ຄົນສວຍໂອກາດສັງຄົມລາວນັບມື້ນັບບໍ່ໜ້າຢູ່ ເງິນເດືອນພະນັກງານຍັງຄືເກົ່າ ຄ່າຄອງຊີບໂຕນຂຶ້ນ4ທົບ ເຮັດວຽກເກືອບ20ປີ ປະລິນຍາຕີ2ລ້ານ

ລັດຖະບານກະບອກແຕ່ປະຢັດບໍ່ຕ້ອງກິນຫຍັງດອກບໍ່ຕ້ອງມີອາຊີບເສີມ ໄປການນ້ຳມັນລົດວັນລະແສນ,ກິນເຂົ້າຄາບ25000₭ນ້ຳດື່ມ5000₭ລວມ130000₭ ປະຢັດສຸດໆແລ້ວລູກເມຍຊິແດກຫຍັງ ມາລວມເບິ່ງຄ່າໃຊ້ຈ່າຍກັບລາຍໄດ້ ກູຢາກຕາຍ ສົມກັບຄຳວ່າ ຂ້າ-ລາດຊະການ ເອົາສະໝອງສ່ວນໃດຄິດ ກັບເງິນເດືອນ ແລະ ຄ່າໃຊ້ຈ່າຍໃນໜຶ່ງເດືອນ ມີແຕ່ຕິດລົບ ຢາກບອກຕົວເອງວ່າໂງ່ປານນີ້ໄປຕາຍສະ
ໃນຊ່ວງເສດຖະກິດຕອນນີ້ບອກເລີຍວ່າທໍາໃຈ ທຸກຢ່າງແພງແລະເງິນກີບກໍ່ອ່ອນຄ່າລົງເຫຼືອເກີນຕອນນີ້ ລາວເຮົາເຈີວິກິດໜັກອີ່ຫຼີເປັນສິ່ງທີ່ເຮົາຕ້ອງຍອມຮັບໃຫ້ໄດ້ ແລະ ປັບໂຕໃຫ້ໄວທີ່ສຸດກັບການປ່ຽນແປງຄັ້ງໃໝ່.