ໂອ້ຍສົງສານເດ ຟ້າຜ່າລົງກາງລົດໄຖເສຍຄາທີ່ 1 ອີກ 3 ຄົນບາດເຈັບ

ໂອ້ຍສົງສານເດ ຟ້າຜ່າລົງກາງລົດໄຖເສຍຄາທີ່ 1 ອີກ 3 ຄົນບາດເຈັບ

ເປັນຂ່າວທີ່ໜ້າເສົ້າຫຼາຍ ກ່ຽວກັບເຫດຟ້າຜ່າ ປະຊາຊົນຢູ່ເມືອງທ່າແຂກ ແຂວງຄຳມ່ວນໃນວັນທີ 26 ພຶດສະພາ 2022 ນີ້ ເຮັດໃຫ້1 ຄົນເສຍຊີວິດທັນທີ ແລະມີຜູ້ບາດເຈັບ.ເຫດເກີດໃນເວລາປະມານ 14:30 ໂມງ ຂອງວັນທີ 26 ພຶດສະພາ 2022

ຟ້າຜ່າຄົນ ເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບ 3 ຄົນ, ຢູ່ທີ່ບ້ານຫນອງພັງ ເມືອງທ່າແຂກ ແຂວງຄຳມ່ວນ.ຜູ້ເຫັນເຫດການເລົ່າວ່າ: ທັງ 4 ຄົນ ເປັນຄົນບ້ານຍາງເກົ່າ ເມືອງທ່າແຂກ ໄດ້ພາກັນຂີ່ລົດໄຖ ມາຈາກຫາປາທ່າມກາງຝົນຕົກຟ້າຮ້ອງ ເພື່ອຈະກັບບ້ານ,

ພໍມາຮອດຈຸດເກີດເຫດ ໄດ້ມີຟ້າຜ່າ ລົງກາງລົດໄຖ ເຮັດໃຫ້ມີຜູ້ເສຍຊີວີດທັນທີ 1 ຄົນ ແລະ ບາດເຈັບ 3 ຄົນ.

ຕາມທິດສະດີແລ້ວ ໃນຍາມຝົນຕົກລິນ ຟ້າຮ້ອງຢ່າໄປຢູ່ກາງເດິ່ນກວ້າງບ່ອນບໍ່ມີຫຍັງບັງ, ບໍຄວນຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະຟ້າຈະຜ່າຕາມຕົ້ນໄມ້ລົງມາເຮັດໃຫ້ສິ່ງມີຊີວິດສ່ຽງທີ່ສຸດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page