ຈີນແຈ້ງໃຫ້ຮູ້ວ່າການລາດຕະເວນທາງອາກາດຂອງຈີນ-ຣັດເຊຍບໍ່ໄດ້ແນໃສ່ຝ່າຍທີ່ສາມ

ຈີນແຈ້ງໃຫ້ຮູ້ວ່າການລາດຕະເວນທາງອາກາດຂອງຈີນ-ຣັດເຊຍບໍ່ໄດ້ແນໃສ່ຝ່າຍທີ່ສາມ

ກະຊວງປ້ອງກັນປະເທດຈີນແຈ້ງໃຫ້ຮູ້ວ່າ ການລາດຕະເວນຍຸດທະສາດທາງອາກາດຮ່ວມຈີນ-ຣັດເຊຍບໍ່ໄດ້ແນໃສ່ຝ່າຍທີສາມ ວັນທີ 24 ພຶດສະພາປີ 2022 ນີ້, ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບການລາດຕະເວນຍຸດທະສາດທາງອາກາດຮ່ວມຈີນ-ຣັດເຊຍ ໂດຍແຈ້ງໃຫ້ຮູ້ວ່າ:

ການເຄື່ອນໄຫວຄັ້ງນີ້ບໍ່ໄດ້ແນໃສ່ຝ່າຍທີສາມ ແລະບໍ່ມີສ່ວນກ່ຽວພັນເຖິງສະຖານະການສາກົນແລະພາກພື້ນໃນປັດຈຸບັນນີ້. ທ່ານອູຊ່ຽນກ່າວຕື່ມວ່າ: ວັນທີ 24 ພຶດສະພາປີ 2022 ນີ້, ກອງທັບອາກາດຂອງຈີນແລະຣັດເຊຍໄດ້ຈັດຕັ້ງປະຕິບັດການລາດຕະເວນຍຸດທະສາດທາງອາກາດຮ່ວມປະຈຳປີ 2022.

ນີ້ແມ່ນການລາດຕະເວນຍຸດທະສາດທີ່ກອງທັບອາກາດຂອງຈີນແລະຣັດເຊຍຮ່ວມກັນປະຕິບັດຄັ້ງທີ 4 ນັບແຕ່ປີ 2019 ເປັນຕົ້ນມາ, ເຊິ່ງມີຈຸດປະສົງເພື່ອກວດສອບແລະຍົກລະດັບການປະສານງານຂອງກອງທັບອາກາດສອງປະເທດ,

ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ ແລະການຮ່ວມມືຢ່າງແທ້ຈິງລະຫວ່າງສອງກອງທັບ. ການເຄື່ອນໄຫວໃນຄັ້ງນີ້ບໍ່ໄດ້ແນໃສ່ຝ່າຍທີສາມ, ແລະບໍ່ມີສ່ວນກ່ຽວພັນເຖິງສະຖານະການສາກົນແລະພາກພື້ນໃນປັດຈຸບັນນີ້.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page