ຣັດເຊຍກ່າວຈົງໃຈຄ່ອຍໆໂຈມຕີຢູເຄຣນ ເຊເລນສກີໄດ້ທ່າເຍາະເຍີ້ຍຕົວະປົກປິດຄວາມລົ້ມເຫຼວ

ຣັດເຊຍກ່າວຈົງໃຈຄ່ອຍໆໂຈມຕີຢູເຄຣນ ໄດ້ທ່າເຍາະເຍີ້ຍຕົວະປົກປິດຄວາມລົ້ມເຫຼວ

ເຊີເກ ຊອຍກູ ລັດທະມົນຕີກະຊວງປ້ອງກັນປະເທດ ລະບຸວ່າ ມອສໂກ ຈົງໃຈຊັກຊ້າໃນການຈູ່ໂຈມຢູເຄຣນ ເພື່ອປິດທາງໃຫ້ພົນລະເມືອງອົບພະຍົບອອກມາ ແລະ ເຈົ້າໜ້າທີ່ຄວາມໝັ່ນຄົງ ລະດັບສູງທ່ານໜື່ງຢືນຢັນຣັດເຊຍບໍ່ມີເສັ້ນຕາຍໃນສົງຄາມທີ່ຢືດເຍື້ອມາດົນກວ່າ 3ເດືອນ.

ຄໍາເຫັນຂອງທັງ 2 ສົ່ງສັນຍານວ່າ ຣັດເຊຍບໍ່ໄດ້ເບີ່ງການຕໍ່ສູ້ຈະຈົບລົງຢ່າງໄວ ໃນຂະນະດຽວກັນ ກໍພະຍາຍາມປັດຂໍ້ສັນນິຖານຕ່າງໆ ທີ່ວ່າປະຕິບັດການພິເສດດ້ານການທະຫານຂອງພວກເຂົາປະສົບບັນຫາຢຸດສະຫງັດ.

ແນວໃດກໍ່ຕາມ ປະທານາທິບໍດີ ລາດີມີ ເຊເລນສະກີ ຂອງຢູເຄຣນ ເຍາະເຍີ້ຍກ່າວຄໍາອ້າງດັ່ງກ່າວວ່າເປັນການຕົວະຢ່າງໜ້າສົມເພດ ເພື່ອປົກປິດໄພພິບັດໃນສົງຄາມທີ່ເກີດຂື້ນກັບຝ່າຍຣັດເຊຍ.

ຢູເຄຣນ ແລະ ພັນທະມິດຕາເວັນຕົກລະບຸວ່າ ຣັດເຊຍກໍາລັງສູນເສຍແຮງຂັບເຄື່ອນ ຫຼັງຈາກຕ້ອງປະເຊີນໜ້າກັບການຕ້ານທານຢ່າງດຸເດືອດຈາກຢູເຄຣນ ແລະ ປະສົບຄວາມສູນເສຍຢ່າງນັກທັງດ້ານບຸກຄະລາກອນ ແລະ ອຸປະກອນ

ຊອຍກູ ກ່າວ່າ” ໄດ້ປະກາດຢຸດຍິງ ແລະ ຈັດຕັ້ງແນວກັນໄພດ້ານມະນຸດສະທໍາ ເພື່ອພາຜູ້ຄົນອອກຈາກແຫຼ່ງທີ່ພັກອາໃສທີ່ຖຶກປິດລ້ອມ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page