ຣັດເຊຍເມີນເສີຍ ວິກິດອາຫານຂາດແຄຣນ ຮຽກຮ້ອງຝ່າຍຕາເວັນຕົກຍົກເລີກມາດຕະການຂວ້ຳບາດ
ສໍານັກຂ່າວຕ່າງປະເທດໄດ້ບຸວ່າ ນານາຊາດຍັງຄົງສະແດງຄວາມກັງວົນຕໍ່ກໍລະນີສິນຄ້າອາຫານຂອງຢູເຄຮນທີ່ບໍ່ສາມາດສົ່ງອອກ ສູ່ຕະຫຼາດໂລກໄດ້ ເນື່ອງຈາກຜົນກະທົບຈາກການສົງຄາມ ເຊີ່ງສົ່ງຜົນໃຫ້ລາຄາອາຫານທົ່ວໂລກມີລາຄາສູງຂື້ນ ແລະ ມີແນວໂນ້ມຈະເຮັດໃຫ້ເກີດວິກິດ “ ອາຫານຂາດແຄນ ” ໃນອານາຄົດ
ຂະນະທີີ່ລັດຖະບານຣັດເຊຍ ລະບຸວ່າ ພ້ອມທີ່ຈະປິດຊ່ອງທາງດ້ານມະນຸດສະທໍາ ເພື່ອໃຫ້ສິນຄ້າຈາກຢູເຄຣນໄດ້ ແຕ່ມີເງື່ອນໄຂວ່າພາກຕາເວັນຕົກຈໍາເປັນຕ້ອງຍົກເລີກມາດຕະການຂວ້ຳບາດຣັດເຊຍ ແລະ
ຊີ້ແຈງວ່າການແກ້ໄຂບັນຫາດ້ານອາຫານຈໍາເປັນຕ້ອງມີຄວາມຄວບຄຸມ ຣັດເຊຍໄດ້ປະສານງານກັບສະຫະປະຊາຊາດ ແລະ ບໍ່ຕັດຄວາມເປັນໄປໄດ້ ເລື່ອງການປິດທ່າເຮືອຢູເຄຣນ.