ມຽນມາຫ້າມໃຊ້ສະກຸນເງິນຕ່າງປະເທດຊຳລະເງິນພາຍໃນປະເທດ

ທະນາຄານກາງມຽນມາ ຫ້າມໜ່ວຍງານລັດໃຊ້ເງິນຕາຕ່າງປະເທດ

ຂປລ.ຕາມຂ່າວຈາກ ນະຄອນຫລວງ ເນປີດໍ, ທະນາຄານກາງ ມຽນມາ ມີຄຳສັ່ງ ບໍ່ອະນຸຍາດ ໃຫ້ກະຊວງ ທຸກແຫ່ງ ແລະ ໜ່ວຍງານ ທ້ອງຖິ່ນ ທັງໝົດ ເຮັດທຸລະກຳ ພາຍໃນ ປະເທດ ດ້ວຍການໃຊ້ ສະກຸນ ເງິນຕາ ຕ່າງປະເທດ ພວມເປັນທີ່ ຕ້ອງການ ເພີ່ມຂຶ້ນ ໃນມຽນມາ ເພື່ອຫວັງເພີ່ມ ຄ່າໃຫ້ກັບ ສະກຸນ ເງິນຈ໋າດ(kyat).

ແຕ່ຢ່າງໃດກໍ່ດີ ການຊື້ ສິນຄ້າ ແລະ ບໍລິການ ພາຍໃນປະເທດ ດ້ວຍການໃຊ້ ສະກຸນເງິນ ຕ່າງປະເທດ ອາດກາຍ ເປັນການສ້າງ ຄວາມຜັນຜວນ ໃຫ້ກັບ ອັດຕາ ແລກປ່ຽນ ໄດ້ເຊັ່ນກັນ.ການຖະແຫລງ ດັ່ງກ່າວ ລະບຸ ຕໍ່ໄປວ່າ ບໍ່ພຽງແຕ່ ໂຮງແຮມ,

ຮ້ານອາຫານ,ຮ້ານຈຳໜ່າຍ ຂອງທີ່ລະນຶກ ແລະ ໂຮງຮຽນ ນານາຊາດ ເທົ່ານັ້ນ ທີ່ໃຊ້ເງິນຕາ ຕ່າງປະເທດ ຫລາຍກວ່າ ເງິນຈ໋າດ ຊຶ່ງເປັນສະກຸນ ເງິນຫລັກ ແຕ່ໜ່ວຍງານ ແລະ ອົງການ ທີ່ຂຶ້ນກັບ ພາກລັດ ກັບມາໃຊ້ ເງິນຈ໋າດ ສຳລັບ ທຸລະກຳ ພາຍໃນປະເທດ ແລະ ຜູ້ຊີ້ນຳ ຂອງໜ່ວຍງານລັດ ຄວນມີ ລະບຽບ ການຄຸ້ມຄອງ ຢ່າງເປັນ ທາງການ.

ປັດຈຸບັນ ອັດຕາ ແລກປ່ຽນ ເງິນຈ໋າດ ລະດັບ 1.850 ຈ໋າດ ຕໍ່1ໂດລາ ສະຫະລັດ./. (ພາກຂ່າວ: ຕ່າງປະເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page