ຈີນ-ຣັດເຊຍຄັດຄ້ານຕໍ່ການສະເໜີໃຫ້ຂວ້ຳບາດເກົາຫຼີເໜືອ

ຈີນ-ຣັດເຊຍຄັດຄ້ານຕໍ່ການສະເໜີໃຫ້ຂວ້ຳບາດເກົາຫຼີເໜືອ

ຈີນ-ຣັດເຊຍ ໃຊ້ສິດທິວີໂຕ ຄັດຄ້ານຍັດຕິທີ່ ສະຫະລັດຮ່າງສະເໜີຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງ UN ໃຫ້ອອກມາດຕະການຂວ້ຳບາດຕໍ່ເກົາຫຼີເໜືອ ເພື່ອລົງໂທດເກົາຫຼີເໜືອທີ່ທົດສອບລູກສອນໄຟຂ້າມທະວີບ 6 ເທື່ອໃນປີນີ້.

ໃນວັນທີ 27 ພຶດສະພາ 2022 ທີ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງ 15 ປະເທດ ລົງມະຕິ 13 ຕໍ່ 2 ສຽງ ຕໍ່ຍັດຕິທີ່ຮ່າງຂຶ້ນ ແລະ ນຳສະເໜີໂດຍ ອາເມຣິກາ ເພື່ອຊຸກຍູ້ໃຫ້ມີການອອກມາດຕະການຂວ້ຳບາດຕໍ່ເກົາຫຼີເໜືອໃນຮອບໃໝ່ ທີ່ມີການທົດສອບອາວຸດ ລູກສອນໄຟຈຳນວນ 6 ຄັ້ງໃນປີນີ້,

ໂດຍການລົງມັດຕິເທື່ອນີ້ມີຈີນ ແລະ ຣັດເຊຍ ສະມາຊິກຖາວອນ 2 ໃນ 5 ປະເທດຂອງຄະນະມົນຕີຄວາມໝັ້ນຄົງ UN ພ້ອມໃຈກັນໃຊ້ສິດວີໂຕ້ ສົ່ງຜົນໃຫ້ຍັດຕິນີ້ຖືກຂວ້ຳໄປ ແລະ ນັບເປັນຄວາມແຕກແຍກເທື່ອທຳອິດທີ່ເກີດຂຶ້ນ ນັບຕັ້ງແຕ່ອົງກອນແຫ່ງນີ້ມີການອອກມາດຕະການຂວ້ຳບາດລົງໂທດເກົາຫຼີເໜືອໃນປີ 2006.

ການລົງມະຕິ ມີພຽງ 1 ມື້ ຫຼັງຈາກທີ່ເກົາຫຼີເໜືອທົດສອບຍິງລູກສອນໄຟ 3 ລູກ ໂດຍເຊື່ອວ່າໜຶ່ງໃນນັ້ນຍິງຂ້າມທະວີບຂະໜາດໃຫຍ່ທີ່ສຸດທີ່ເກົາຫຼີເໜືອເຄີຍທົດສອບມາ.

ທ່ານ ທູດສະຫະລັດ ປະຈຳຢູເອັນ ກ່າວຜິດຫວັງຕໍ່ການຕັດສິນໃຈຂອງຈີນ ແລະ ຣັດເຊຍ ໂດຍບອກວ່າ ສະຫະລັດຈະບໍ່ເມີນເສີຍຕໍ່ໄພຄຸກຄາມຈາກການທົດສອບລູກສອນໄຟຂ້າມທະວີບ ແລະ ການລະເມີດສິດທິມະນຸດຊົນຢ່າງຮ້າຍແຮງໃນເກົາຫຼີເໜືອ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page