ບ່າວຊ່າງໄຟສຸດທຸ່ມ! ລົງທຶນລັກຕັດໄຟໝົດບ້ານເພື່ອລັກພາຜູ້ສາວອອກໄປຫຼິ້ນ
ຄວາມຮັກເປັນສິ່ງທີ່ຫ້າມກັນບໍ່ໄດ້ ແລະ ມັນມີພະລັງເຮັດໃຫ້ຄົນເຮົາໃຈກ້າບ້າບິ່ນໄດ້ ເຊັ່ນດຽວກັບກໍລະນີນີ້ທີ່ສື່ທ້ອງຖິ່ນອິນເດຍລາຍງານຂ່າວແປກໆວ່າ ມີບ້ານແຫ່ງໜຶ່ງໃນລັດພິຫານປະເທດອິນເດຍ
ປະຊາຊົນຈົ່ມວ່າໄຟມັກດັບປະຈຳໃນຕອນຫົວຄ່ຳດົນເຖິງ 2-3 ຊົ່ວໂມງ ຕິດກັນມາຫຼາຍອາທິດແລ້ວ, ເຊິ່ງການໄຟຟ້າກໍໄດ້ອອກມາບອກວ່າລະບົບບໍ່ໄດ້ມີບັນຫາຫຍັງ ເປັນກໍລະນີທີ່ແປກປະຫຼາດຫຼາຍ.
ເມື່ອເວລາຜ່ານໄປເຫດການແບບນີ້ກໍຍັງບໍ່ຈົບ ຊາວບ້ານເກີດຄວາມບໍ່ພໍໃຈກໍພາກັນຊອມເບິ່ງວ່າເປັນຫຍັງໄຟຈຶ່ງດັບເວລານີ້ຕະຫຼອດ ເພາະພວກເຂົາສົງໄສວ່າເປັນສີມືຂອງຄົນ ພວກເຂົາເລີຍຈັດກຸ່ມຍາມອອກກວດຕາມຮ່ອມບ້ານເພື່ອຊອກຫາສິ່ງຜິດປົກກະຕິ.
ຫຼັງຈາກທີ່ກວດຕາມບ້ານ ປາກົດວ່າພວກເຂົາໄປພົບກັບບ່າວທີ່ເປັນຊ່າງໄຟຟ້າກຳລັງນັ່ງຢອກກັບສາວໃນບ້ານຢູ່ມຸມໜຶ່ງ. ບ່າວໄຟຟ້າຄົນດັ່ງກ່າວໄດ້ສາລະພາບວ່າຕົນເປັນຄົນກໍ່ເຫດຕັດໄຟຟ້າເອງ ເພາະບໍ່ຢາກໃຫ້ໃຜເຫັນເວລາທີ່ຕົນກັບແຟນນັດພົບກັນ.
ຫຼັງຈາກທີ່ຖືກຈັບໄດ້ ບ່າວໄຟຟ້າກໍຖືກຊາວບ້ານລຸມຈັບແລ້ວພາແຫ່ໄປທົ່ວບ້ານເພື່ອເປັນການລົງໂທດ, ເລື່ອງລາວດັ່ງກ່າວຖືວ່າເປັນການຈົບແບບ Happy ending ເພາະຫຼັງຈາກທີ່ຜູ້ໃຫຍ່ຮູ້ວ່າບ່າວສາວລັກຄົບຫາກັນ ຈຶ່ງຈັບທັງສອງເຂົ້າພິທີວິວາໃຫ້ມັນຮູ້ໄປເລີຍຈຶ່ງບໍ່ໄດ້ລັກໄປຫາກັນອີກ ແຖມບ່າວຄົນດັ່ງກ່າວກໍລອດພົ້ນຈາກການຖືກນຳຕົວສົ່ງຕຳຫຼວດ ຍ້ອນເຂົ້າພິທີວິວາແທນ.
ທີ່ມາ: Lao X