ອັບເດດຢູເຄຼນໃນມື້ນີ້! ບັນດານາຍພົນໃນດອນບາສຈະບໍ່ຟັງການບັນຊາຈາກຄຽບ
ບັນດານາຍພົນໃນດອນບາສ ປະຕິເສດທີ່ຈະຟັງການບັນຊາຈາກຄຽບ ເພາະບັນຊາແບບບໍ່ມີຍຸດທະສາດສູ້ຮົບໃດໆ ພໍໄດ້ແຕ່ຕົວະໄປວັນໆ ວ່າຜູ້ນັ້ນຜູ້ນີ້ຈະມາຊ່ວຍ ແຕ່ບໍ່ເຄີຍມີສິ່ງຊ່ວຍເຫຼືອໃດມາເຖິງມືພວກເຂົາ ຖືກປ່ອຍໃຫ້ສູ້ຕາຍຕາມລຳພັງ ໃຊ້ອາວຸດພື້ນໆເກົ່າໆ
ບໍ່ມີປືນໃຫຍ່ປືນກົນ ບໍ່ມີຈະຫຼວດຕໍ່ຕ້ານ ຂາດອາຫານການກິນ ເງິນເດືຶອນບໍ່ຈ່າຍ ວັນໆພໍໄດ້ແຕ່ມ້ຽນສົບເພື່ຶອນໆທີ່ຕາຍ ຈາກການດ່ຽວລູກຍາວຂອງຣັສເຊຍ.. ເປັນໃຜຈະທົນໄດ້ ອອກໄປຍອມດີກວ່າ..
ສ່ວນດ້ານຣັສເຊຍ ກໍສູ້ໄປນຳຜີວປາກພ້ອມ ບໍ່ໄດ້ຟ້າວໄດ້ຝັ່ງ 3 ເດືອນແລ້ວ ຄືບຄານໄດ້ພຽງໄດ້ກໍພຽງນັ້ນ ຄ່ອຍຫຼິ້ນຄ່ອຍກິນບຸນບ້ານເຮົາເອງ.. ກະຊວງປ້ອງກັນຊາດເຜີຍວ່າ ປະຕິບັດການໃນຢູເຄຣນຄັ້ງນີ້ ຣັສເຊຍນຳໃຊ້ຊັບພະຍາກອນທາງທະຫານພຽງ 10% ຂອງທີ່ມີ
ບໍ່ວ່າຈະເປັນຍານເກາະ ລົດຖັງ ຍົນຮົບ ກຳລັງພົນ ແລະອື່ນໆ ເຖິງຈະມີການເລັ່ງຜະລິດອາວຸດ ແລະຮັບສະໝັກກຳລັງພົນເພີ່ມ ກໍເພື່ອໄວ້ສຳລັບສົງຄາມທີ່ອາດຂະຫຍາຍກວ້າງອອກໄປ..
ທີ່ມາ: ສາຍຂ່າວ