ນາຍົກສິງກະໂປກ່າວວ່າ: ປະເທດຕ່າງໆຕ້ອງການຄ້າຂາຍກັບຈີນ

ນາຍົກສິງກະໂປກ່າວວ່າ: ປະເທດຕ່າງໆຕ້ອງການຄ້າຂາຍກັບຈີນ ເພາະໂອກາດແລະຕະຫຼາດລ້ວນແຕ່ຢູ່ຈີນ

ຕາມຂ່າວCRI: ໜັງສືພິມ “ຫຼຽນເຫີຈາວປ້າວ” ຂອງສິງກະໂປໄດ້ລາຍງານໃນຫວ່າງບໍ່ດົນມານີ້ວ່າ: ທ່ານຫຼີຊຽນລຸງ, ນາຍົກລັດຖະມົນຕີສິງກະໂປໄດ້ກ່າວໃນເວລາໃຫ້ສຳພາດຕໍ່ໜັງສືພິມ “ນິຮົນເຄໄຈຊິມບຸນ”ຂອງຍີ່ປຸ່ນວ່າ: ໂອກາດແລະຕະຫຼາດລ້ວນແຕ່ຢູ່ຈີນ, ປະເທດຕ່າງໆບໍ່ຄ້າຂາຍກັບຈີນບໍ່ໄດ້, ແລະຍິນດີຕ້ອນຮັບການລົງທຶນຈາກຈີນ.

ທ່ານຫຼີຊຽນລຸງໄດ້ຊີ້ອອກວ່າ, ອັດຕາສ່ວນຂອງເສດຖະກິດຈີນໃນທົ່ວໂລກໄດ້ເພີ່ມຂຶ້ນຫຼາຍກວ່າເກົ່າ, ການໄປມາຫາສູ່ກັນດ້ານການຄ້າກັບຈີນຫຼາຍກວ່າເກົ່າແມ່ນປັນເລື່ອງປົກກະຕິ, ຖ້າບໍ່ພັດທະນາການຄ້າກັບຈີນຈະມີຄວາມເສຍຫາຍຢ່າງໃຫຍ່ຫຼວງ.

ທ່ານຫຼີຊຽນລຸງກ່າວຕື່ມວ່າ: ຄຽງຄູ່ກັບການພັດທະນາດ້ານເສດຖະກິດຂອງຈີນ, ບົດບາດຂອງຈີນໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ຈີນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອົງກອນເສດຖະກິດທະວີບອາຊີເກືອບທັງໝົດ.

ຈີນໄດ້ສ້າງໂອກາດການຮ່ວມມື, ການຄ້າແລະສ້າງຄວາມຈະເລີນຮຸ່ງເຮືອງ, ຫຼາຍປະເທດລ້ວນແຕ່ຢາກກຳເອົາໂອກາດທີ່ມາຈາກການພັດທະນາຂອງຈີນໃຫ້ດີ, ຫວັງວ່າຈະມີການໄປມາຫາສູ່ກັນດ້ານການຄ້າກັບຈີນຫຼາຍກວ່າເກົ່າ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page