ເອົາຫຼືບໍ່ເອົາ! ຣັດເຊຍກຽມຈ່າຍໜີ້ ຕ່າງປະເທດເປັນຣູເບີນ ຫຼັງຖຶກສະຫະລັດຂວາງຊໍາລະດ້ວຍວິທີອື່ນ.

ເອົາຫຼືບໍ່ເອົາ! ຣັດເຊຍກຽມຈ່າຍໜີ້ ຕ່າງປະເທດເປັນຣູເບີນ ຫຼັງຖຶກສະຫະລັດຂວາງຊໍາລະດ້ວຍວິທີອື່ນ.

ມອສໂກ ມີແຜນຊໍາລະໜີີ້ຕ່າງປະເທດເປັນສະກຸນເງີນຣູເບີນ ຈາການເປີດເຜີຍຂອງ ຍາເຊລາ ໂວໂລດິນ ປະທານສະພາຜູ້ແທນລາຊະດອນຣັດເຊຍ ການເຄື່ອນໄຫວນີ້ມີຂື້ນຫຼັງຈາກສະຫະລັດ ຂັດຂວາງບໍ່ໃຫ້ລັດເຊຍຈ່າຍໜີ້ໃຫ້ຜູ້ຖືພັນທະບັດລັດທະບານຜ່ານທາງທະນາຄານການຄ້າອາເມຣິກາ.

ໂວໂລດິນ ເນັ້ນໜັກວ່າ ປະເທດຂອງເຂົາມີຊັບພະຍາກອນທາງການເງີນທັງໝົດທີ່ຈໍາເປັນສໍາຫຼັບການຊໍາລະໜີ້ “ ສະຫະລັດ ແລະ ບໍລິວານທີ່ສະໜັບສະໜູນການຕັດສິນໃຈຂອງ ວໍຊິງຕັນ ອາດຈະລຶ້ງເຄີຍກັບຮູເບີນແລ້ວ” ໂວໂລດິນກ່າວ

ໂດຍອ້າງອີງຂໍ້ກໍານົດຂອງຣັດເຊຍ ທີ່ໃຫ້ຊໍາລະຄ່າອາຍແກັສເປັນສະກຸນເງີນຣູປີ ໃນຖານະເປັນແບບຢ່າງຂອງການຊໍາລະໜີ້.

ມາດຕະການດັ່ງກ່າວ ເປັນການຂວ້ຳບາດຄັ້ງລ່າສຸດທີີ່ສະຫະລັດ ປະກາດໃຊ້ເພື່ອຕອບໂຕ້ຣັດເຊຍທີ່ໃຊ້ກຳລັງທະຫານຮຸກຮານຢູເຄຣນ.

ທີ່ມາ: ກະດານຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page