ແຊຣ໌ເດີໃຜມັກຢາກນອນຍາມເຮັດວຽກ 5 ວິທີແກ້ອາການຢາກນອນຕອນສວຍ

5 ວິທີແກ້ອາການຢາກນອນຕອນສວຍ

ອາການຢາກນອນຕອນສວຍເປັນສິ່ງທີ່ກວນໃຈຕະຫຼອດແມ່ນບໍ? ເວລາຮຽນຫຼືນັ່ງເຮັດວຽກຢູ່ ແລ້ວເກີດອາການຢາກນອນຂື້ນມາທັນທີ ເຮົາມີວິທີແກ້ອາການຢາກນອນມາບອກຕໍ່ດັ່ງລຸ່ມນີ້ :

1 ຢືດເສັ້ນ,ຢືດສາຍເລັກໜ້ອຍ ເຊັ່ນ: ລຸກຍ່າງເພື່ຶຶອກະຕຸ້ນຮ່າງກາຍ ດີກວ່າການນັ່ງຢູ່ກັບບ່ອນ, 2 ຟັງເພງຈັງຫວະມ່ວນໆ ຊ່ວຍກະຕຸ້ນຄວາມຮູ້ສຶກຂອງເຮົາໃຫ້ຕື່ນຕົວ, 3 ດື່ມນໍ້າໃຫ້ຫຼາຍໆ ຊ່ວຍໃຫ້ຮ່າງກາຍສົດຊື່ນ ແລະ ແຂງແຮງຂື້ນ

4 ກີນໝາກໄມ້ທີ່ມີລົດຊາດສົ້ມ ເຮັດໃຫ້ຕາແຈ້ງແລະສົດຊື່ນຂື້ນມາທັນທີ, 5 ນອນພັກໜ້ອຍໜື່ງ 10-15ນາທີ ເພື່ອໃຫ້ຮ່າງກາຍແລະສະໝອງໄດ້ພັກ ເວລາຕື່ນຂື້ນມາຈະເຮັດໃຫ້ສະໝອງປອດໂປ່ງ

ເຊີ່ງຕົ້ນເຫດຂອງອາການຢາກນອນເກີດມາຈາກການນອນບໍ່ຫຼັບຫຼືນອນພັກຜ່ອນບໍ່ພຽງພໍ ຄວນນອນໃຫ້ຄົບ6-8ຊົ່ວໂມງ/ມື້ ແລະ ຈະເປັນການດີຖ້າຕື່ນຂື້ນມາອອກກໍາລັງກາຍແລະກິນເຂົ້າເຊົ້າ ຈະເຮັດໃຫ້ສົດຊື່ນແຈ່ມໃສໝົດມື້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page