ແບບນີ້ກໍມີ! “ໂປແລນ” ຂໍໃຫ້ “ນໍເວ” ແບ່ງລາຍໄດ້ພະລັງງານ ອ້າງວ່າເອົາເງີນຈາກສົງຄາມຣັດເຊຍ-ຢູເຄຣນ
ນໍເວ ສະແດງຈຸດຢືນຢ່າງຊັດເຈນວ່າຈະເຮັດຕາມຄວາມຕ້ອງການຂອງໂປແລນ ທີ່ຂໍແບ່ງລາຍໄດ້ທີ່ເຕີບໂຕຂື້ນຂອງອອັດໂລ ຈາກການຄ້າຂາຍນໍ້າມັນ ແລະ ແກ໊ດ ກັບວໍຊໍ ແລະ ຄຽບ ໃນຕອນທີ່ລາຄາພະລັງງານສູງຂື້ນຈາກວິກິດຄວາມຂັດແຍ່ງຢູເຄຣນກັບຣັດເຊຍ.
ມາເທອຸ ໂມຣາວິກີ ນາຍົກລັດຖະມົນຕີໂປແລນ ອ້າງວ່າ ນໍເວ ຈະມີລາຍໄດ້ເພີ່ມ 100.000ລ້ານຢູໂຣ ຈາກການຂາຍພະລັງງານໃນປີນີ້ ສືບເນື່ອງຈາກລາຄານໍ້າມັນ ແລະ ແກ໊ສ ທີ່່ເພີ່ມຂື້ນ ຜົນກະທົບຈາກຄວາມຂັດແຍ້ງໃນຢູເຄຣນ ແລະ ມາດຕະການຂວ້ຳບາດ ຂອງນານາຊາດທີ່ກໍານົດຫຼີ້ນງານຣັດເຊຍ
“ ພວກເຂົາຄວນແບ່ງຜົນກໍາໄລສ່ວນເກີນ ມັນຜິດປົກກະຕິ ມັນບໍ່ຍຸຕິທໍາ ມັນຄືສີ່ີງທີ່ປຸ້ນມາທາງອ້ອມຈາກສົງຄາມທີ່ເລີ່ີມໂດຍວະລາດິມີ ປູຕິນ ປະທານາທິບໍດີຣັດເຊຍ” ນາຍົກລັດຖະມົນຕີໂປແລນໄດ້ກ່າວ ພ້ອມຊີ້ແຈງວ່າ ອອັດໂລ ບໍ່ຈໍາເປັນຕ້ອງສົ່ງເງີນເຫຼົ່ານັ້ນມາໃຫ້ໂປແລນກໍໄດ້ ແຕ່ຄວນສົ່ງໄປໃຫ້ຢູເຄຣນ.
ທີ່ມາ: ກະດານຂ່າວ