ເອີຣົບເດືອດຮ້ອນອາຫານໃກ້ໝົດຄ່າຄອງຊີບຖີບຂຶ້ນສູງຫຼັງຂວ້ຳບາດຣັດເຊຍໃຫ່ຍເກີນ

ເອີຣົບເດືອດຮ້ອນອາຫານໃກ້ໝົດຄ່າຄອງຊີບຖີບຂຶ້ນສູງຫຼັງຂວ້ຳບາດຣັດເຊຍໃຫ່ຍເກີນ

ເອີຣົບອາຫານໃກ້ໝົດ ຄ່າຄອງຊີບຖີບຂຶ້ນທະວີຄູນ ເງິນເຟີ້ ນ້ຳມັນ-ກ໊າຊຂາດແຄນ.ຂວ້ຳບາດຣັດເຊຍ ແຕ່ບາດໃຫຍ່ເກີນ ຖືກບາດໜີບມືຕົວເອງ ເດືອດຮ້ອນກັນທົ່ວໜ້າ.
ນັກວິຊາການ ຊີ້ວ່າ:

ຄິດຈັງໃດ ຈິ່ງເຖິງຂັ້ນຂວ້ຳບາດຜູ້ສະໜອງຊັບພະຍາກອນສຳຄັນ ໃນປັດໄຈ 4 ແລະສິ່ງຂັບເຄື່ອນເສດຖະກິດກໍຄືຄວາມຢູ່ລອດຂອງຕົວເອງໄດ້ ຍິ່ງພາກັນຂວ້ຳບາດນານເທົ່າໃດ ກໍ່ຍິ່ງຖືກບາດໜີບມືເຈັບເທົ່ານັ້ນ ຣັສເຊຍບໍ່ໄດ້ເດືອດຮ້ອນ ຂາຍບໍ່ໄດ້ກໍແພງໄວ້ກິນເອງ-ໃຊ້ເອງ.

ແຕ່ປູຕິນ ກໍບໍ່ໄດ້ໃຈຈືດໃຈດຳ ຍິນດີສະໜອງທັນຍາຫານແກ່ປະເທດໃນຢູໂຣບທີ່ບໍ່ຂວ້ຳບາດ ຫຼືຍົກເລີກການຂວ້ຳບາດຕໍ່ຣັສເຊຍ ເຊິ່ງຕອນນີ້ ກໍສະໜອງໃຫ້ແລ້ວ 6 ປະເທດ ແຕ່ຖ້າໃຜຍັງດື້ຂວ້ຳຕໍ່ ກໍປ່ອຍໃຫ້ບາດໜີບມືຕໍ່ໄປ (ຄຸມອາຫານໄດ້ ກໍຄຸມທະວີບໄດ້.. ຄຸມພະລັງງານໄດ້ ກໍຄຸມໂລກໄດ້)

ຫຼ້າສຸດ ຢູໂຣບໂສຕາຍ ວາງແຜນສົ່ງກອງເຮືອເຂົ້າທະເລດຳ ບຸກຊີງເຂົ້າສາລີ 20 ລ້ານໂຕນ ອອກຈາກຢູເຄຣນໃຫ້ໄດ້.. ໂດຍແຜນນີ້ ບໍລິສ ຈອຫ໌ນສັນ ຜູ້ນຳອັງກິດ ເປັນຜູ້ຄິດໄດ້ ແລະ ເນເທີຣ໌ແລນດ໌ ກໍຍິນດີຈະເຂົ້າຮ່ວມ..

ແຕ່ບໍ່ທັນລົງມື ກໍຖືກຣັສເຊຍດັບຝັນ ດ້ວຍການເຕືອນວ່າ ເຮືອຮົບຕ່າງຊາດທູກລຳ ທີ່ໂຜ່ເຂົ້າທະເລດຳ ຈະຕົກເປັນເປົ້າໂຈມຕີທັນທີ ຍ່ານນີ້ໝີຄຸມ.

ທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page