ຈີນກ່າວ ນາໂຕ້ບໍ່ຄວນມີເຈດຕະນາກໍ່ຄວາມປັ່ນປ່ວນທົ່ວໂລກ

ຈີນກ່າວ ນາໂຕ້ບໍ່ຄວນມີເຈດຕະນາກໍ່ຄວາມປັ່ນປ່ວນທົ່ວໂລກ

ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ນາໂຕໄດ້ກໍ່ຄວາມປັ່ນປ່ວນຢູ່ເອີຣົບແລ້ວ ບໍ່ຄວນມີເຈຕະນາກໍ່ຄວາມປັ່ນປ່ວນໃນທົ່ວໂລກອີກ ຕາມຂ່າວCRI: ໂດຍແນໃສ່ເລື່ອງທີ່ທ່ານເຈນສ ສະໂຕນເທັນເບີກ, ເລຂາທິການໃຫຍ່ອົງການນາໂຕໄດ້ກ່າວຖ້ອຍຄວາມທີ່ໃສ່ຮ້າຍປ້າຍສີຈີນຢ່າງເປີດເຜີຍໃນຫວ່າງບໍ່ດົນມານີ້,

ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ອອກໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 26 ພຶດສະພານີ້ວ່າ, ໃນໄລຍະຜ່ານມານີ້, ເລຂາທິການໃຫຍ່ນາໂຕໄດ້ຕຳໜິຢ່າງໄຮ້ເຫດຜົນແລະໃສ່ຮ້າຍປ້າຍສີຈີນຢ່າງຕໍ່ເນື່ອງ,

ໄດ້ກ່າວຄຳເຫັນກ່ຽວກັບລະບອບການເມືອງແລະນະໂຍບາຍພາຍໃນແລະຕ່າງປະເທດຂອງຈີນຕາມລຳພັງໃຈ, ໂຄສະນາ “ທັດສະນະການຂົ່ມຂູ່ຂອງຈີນ”, ຈີນເດັດດ່ຽວຄັດຄ້ານແລະກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງນີ້.

ທ່ານຫວ່າງເວີນປີ່ນກ່າວຕື່ມວ່າ: “ຈີນຍຶດໝັ້ນເດີນຕາມເສັ້ນທາງການພັດທະນາໂດຍສັນຕິ, ຍຶດໝັ້ນປະຕິບັດຕາມນະໂຍບາຍການປ້ອງກັນປະເທດທີ່ຖືການປ້ອງກັນເປັນຫຼັກ, ເຮັດໃຫ້ກຳລັງອາວຸດນິວເຄຼຍຖືກຮັກສາໄວ້ໃນລະດັບຕ່ຳສຸດຕາມຄວາມຕ້ອງການດ້ານຄວາມໝັ້ນຄົງແຫ່ງຊາດ.

ອັດຕາສ່ວນຂອງຄ່າໃຊ້ຈ່າຍດ້ານການປ້ອງກັນປະເທດໃນ GDP ຂອງຈີນໄດ້ຮັກສາໄວ້ຢູ່ໃນລະດັບປະມານ 1,3%ເປັນເວລາດົນແລ້ວ, ຕ່ຳຫຼາຍກວ່າລະດັບສະເລ່ຍຂອງໂລກ. ຈີນບໍ່ຄືກັບປະເທດຈຳນວນໜຶ່ງຂອງນາໂຕທີ່ຂົ່ມຂູ່ປະເທດອື່ນດ້ວຍກຳລັງອາວຸດ, ບໍ່ສ້າງກຸ່ມການທະຫານ, ບໍ່ໂຄສະນາລະບົບແນວຄິດຂອງຕົນຕໍ່ພາຍນອກ,

ບໍ່ເຄີຍແຊກແຊງວຽກງານພາຍໃນຂອງປະເທດອື່ນຈັກເທື່ອ, ບໍ່ກໍ່ສົງຄາມການຄ້າກ່ອນໝູ່, ບໍ່ກົດຂີ່ວິສາຫະກິດປະເທດອື່ນຢ່າງບໍ່ມີສາເຫດ, ສະນັ້ນຈະເວົ້າວ່າຈີນຂົ່ມຂູ່ຄວາມໝັ້ນຄົງຂອງນາໂຕໄດ້ແນວໃດ?”

ທ່ານຍັງກ່າວຕື່ມວ່າ “ພວກເຮົາເຕືອນໃຫ້ເລຂາທິການໃຫຍ່ນາໂຕຢຸດເຊົາເຜີຍແຜ່ຖ້ອຍຄວາມໃສ່ຮ້າຍປ້າຍສີຈີນ, ປະລະການກະທຳທີ່ຂີດເສັ້ນດ້ວຍລະບົບແນວຄິດ. ນາໂຕໄດ້ກໍ່ຄວາມປັ່ນປ່ວນຢູ່ທະວີບເອີຣົບແລ້ວຈຶ່ງບໍ່ຄວນເຈຕະນາກໍ່ຄວາມປັ່ນປ່ວນຢູ່ທະວີບອາຊີ, ແລະຢູ່ທົ່ວໂລກຕື່ມອີກ.”

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page