ຜູ້ນຳຢູເຄຼນ ຮຽກຮ້ອງໃຫ້ໂລກຂວ້ຳບາດ ຣັດເຊຍຂັ້ນສູງສຸດເພື່ອບໍ່ໃຫ້ຊາດອື່ນເຮັດຕາມ
ປະທານາທິບໍດີໂວໂລດີມີ ເຊເລນສະກີ ຂອງຢູເຄຣນ ບອກກັບບັນດາຜູ້ນໍາທຸລະກິດຈາກທົ່ວໂລກວ່າ ຕ້ອງຍົກລະດັບມາດຕະການຂວ້ຳບາດຫຼິ້ນງານຮັດເຊຍ ເພື່ອປາບປາມປະເທດອື່ນຈາກການໃຊ້ “ ກໍາລັງອັນໂຫດຮ້າຍ”
ໃນການບັນລຸເປົ້າໝາຍຕ່າງໆ ໃນຂະນະດຽວກັນນັ້ນ ມີລາຍງານວ່າທະຫານຂອງ ຄຽບ ສາມາດສະກັດກັ້ນຄວາມພະຍາຍາມບຸກໂຈມຕີເມືອງແຫ່ງໜື່ງທາງພາກຕາເວັນອອກ ແລະ ຕີຕອບໂຕ້ກັນຈົນກອງກໍາລັງ “ ຜູ້ຮຸກຮານ ” ຣັດເຊຍ ຕ້ອງລ່າຖອຍກັບໄປ.
ເຊເລນສະກີ ເວົ້າຜ່ານວີດີໂອລິ້ງກັບເວທີສໍາພາດທາງເສດຖະກິດວ່າ “ເມືອງດາວອສໃນຂະນະທີ່ກອງທັບຢູເຄຣນອ້າງວ່າສາມາດສະກັດກັ້ນກອງກໍາລັງຣັດເຊຍຈາກການໂຈມຕີ ເຊເວໂຣ ໂດເນດ ໃນເມືອງທາງພາກຕາເວັນອອກທີ່ກາຍເປັນເປົ້າໝາຍຫຼັກໃນປະຕິບັດການຈູ່ໂຈມຂອງມອສໂກ ຫຼັງຈາກຣັດເຊຍຍືດຄອງ ມາຣິອູໂປ ເມືອງທ່າ ທາງພາກໃຕ້ຂອງປະເທດໄດ້ຢ່າງສໍາເລັດ.
ນອກຈາກນີ້ ເຊເລນສະກີຍັງເຜີຍຄວາມສູນເສຍທາງທະຫານໃນສົງຄາມຄັ້ງທີ່ໂຫດຮ້າຍທີ່ສຸດຂອງຢູເຄຣນ ຈາກການໂຈມຕີພຽງຄັ້ງດຽວຂອງຝ່າຍສັດຕູ