ອ່ານເລີຍ! ວິທີງ່າຍໆທີ່ແກ້ອາການຜົມຫຼົ່ນ
ເປັນເລື່ອງປົກກະຕິທີ່ເສັ້ນຜົມຈະຫຼົ່ນ ມື້ລະ 50 ຫາ 100 ເສັ້ນ ຖ້າມີອາການຜົມຫຼົ່ນຫຼາຍກວ່ານີ້ ອາດຈະກໍາລັງມີບັນຫາຜົມຫຼົ່ນ ຫຼື ໂລກຜົມຫຼົ່ນ ( Alopecia) ເກີດຂື້ນເມື້່ອວົງຈອນການງອກ ແລະ ການຂາດຫຼົ່ນຂອງເສັ້ນຜົມ ຫຼື ຮູຂຸມຂົມຖຶກທຳລາຍ
ເຊີ່ງຈະສົ່ງຜົນກະທົບຕໍ່ໜັງຫົວ ຫຼື ຮ່າງກາຍໄດ້ ອາດສູນເສຍເສັ້ນຜົມເນື່ອງຈາກກໍາມະພັນ, ການປ່ຽນແປງຂອງໂຮໂມນ, ສາເຫດດ້ານສຸຂະພາບຕ່າງໆ ບໍ່ວ່າຈະເປັນຜູ້ຊາຍຫຼືຍິງ ແລະ ເດັກນ້ອຍ ກໍສາມາດພົບບັນຫາຜົມລົ່ນໄດ້.
ເຊີ່ີງເຮົາສາມາດຫຼຸດຜ່ອນຜົນກະທົບຈາກຜົມຫຼົ່ນໄດ້ໂດຍການຮັກສາດ້ວຍຢາ ແລະ ປ່ຽນວິທີໃຊ້ຊີວິດ.
1. ປ້ອງກັນບໍ່ໃຫ້ຜົມຫຼົ່ນເພີ່ມຂື້ນ ຫຼຸດຜ່ອນຄວາມຄຽດ ຮັກສາຜົມໃຫ້ດີ ບໍ່ໃຫ້ຈັດຊົງຜົມທີ່ດືງເກີນໄປ ດື່ມນໍ້າໃຫ້ຫຼາຍໆ ໃສ່ສະໝູນໄພລົງໃນອາຫານ
2. ໃຊ້ວິທີທໍາມະຊາດ ໃຊ້ນໍ້າທີ່ຄັ້ນຈາກຫົວຜັກບົ່ວໃຫຍ່
ໃຊ້ນໍ້າຈາກຫົວກະທຽມປະສົມກັບນໍ້າໝາກພ້າວ
ກິນອາຫານເສີມ