ສຳເລັດແລ້ວ! ຣັດເຊຍທົດລອງຍິງລູກສອນໄຟທີ່ໄວກວ່າສຽງ

ສຳເລັດແລ້ວ! ຣັດເຊຍທົດລອງຍິງລູກສອນໄຟທີ່ໄວກວ່າສຽງ

ຣັດເຊຍທົດລອງຍິງລູກສອນໄຟນຳວິຖີໄວກວ່າສຽງ 3m22 Zircon ຢ່າງສຳເລັດຜົນ ວັນທີ 28 ພຶດສະພາປີ 2022 ນີ້, ກະຊວງປ້ອງກັນປະເທດຣັດເຊຍປະກາດວ່າ: ກຳປັ່ນຮົບສຳລັບປ້ອງກັນ“ອັດມິໂຣ ກອສຄົຟ”ຂອງກອງທັບເຮືອຣັດເຊຍໄດ້ທົດລອງຍິງລູກສອນໄຟນຳວິຖີໄວກວ່າສຽງ 3m22 Zircon ຢ່າງສຳເລັດຜົນຢູ່ເຂດທະເລບາເຣນດ໌.

ລູກສອນໄຟນຳວິຖີ 3m22 Zircon ເປັນລູກສອນໄຟນຳວິຖີໄວກວ່າສຽງທີ່ຍິງຈາກທະເລປະເພດທຳອິດຂອງຣັດເຊຍ, ສາມາດຍິງອອກຈາກກຳປັ່ນຮົບສຳລັບປ້ອງກັນ ກຳປັ່ນຮົບສຳລັບລາດຕະເວນ ແລະກຳປັ່ນດຳນ້ຳ,

ໄລຍະຍິງໄກທີ່ສຸດສາມາດບັນລຸເຖິງ 1000 ກິໂລແມັດ. ກະຊວງປ້ອງກັນປະເທດຣັດເຊຍແຈ້ງໃຫ້ຮູ້ວ່າ: ໃນມື້ດຽວກັນ, ລູກສອນໄຟນຳວິຖີໄວກວ່າສຽງ 3m22 Zircon ໄດ້ຍິງຖືກເປົ້າໝາຍເທິງທະເລທີ່ກຳນົດໄວ້ຢູ່ເຂດທະເລຂາວຂອງຣັດເຊຍທີ່ໄກຈາກບ່ອນຍິງປະມານ 1000 ກວ່າກິໂລແມັດຢ່າງສຳເລັດຜົນ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page