ເອົາແລ້ວ!ເບລາຣຸດກຽມທັບບຸກພາກຕາເວັນຕົກຢູເຄຼນ

ເບລາຣຸສ ຫ້າງທັບກຽມບຸກພາກຕາເວັນຕົກຢູເຄຣນ

ຜູ້ນຳເບລາຣຸສ ໄປປຶກສາປູຕິນ ແລ້ວມື້ນີ້ ດ້ວຍຂໍ້ຫາທີ່ວ່າຢູເຄຣນ ອອກກົດໝາຍສັ່ງຢຶດຊັບສິນເອກະຊົນຣັສເຊຍ ແລະເບລາຣຸສ ໃນດິນແດນຂອງຕົນ ເພື່ອໃຊ້ໜີ້ສົງຄາມ ໂດຍສະເພາະ ປຸ໋ຍ ຂອງບໍລິສັດເບລາຣຸສ

ຈຳນວນ 77.000 ໂຕນ ມູນຄ່າ 20 ລ້ານດອລລາຣ໌ ທີ່ບັນຈຸໃນລົດໄຟ 118 ຕູ້ ແລະໃນເຮືອບັນທຸກ 2 ລຳ ຢູ່ທ່າເຮືອນີໂກເລຟ ທີ່ຢູເຄຣນປະກາດຢຶດເອົາ ເຮັດໃຫ້ເລຣຸສ ຄັວນອອກຫູ ສັ່ງຫ້າງທັບກຽມບຸກທັນທີ..

ການບຸກພາກຕາເວັນຕົກຢູເຄຣນ ຂອງເບລາຣຸສ ຈະເຮັດໃຫ້ຣັສເຊຍ ຜ່ອນຄາຍໄດ້ຫຼາຍ ເພາະນອກຈາກຈະໄປລົບກວນແນວຫຼັງຂອງຢູເຄຣນແລ້ວ ຍັງເປັນການຕັດໜ້າໂປແລນດ໌ ແລະພັນທະມິດຕາເວັນຕົກ ທີ່ມີແຜນຜະນວກເອົາດິນແດນສ່ວນນັ້ນຂອງຢູເຄຣນ ສ່ວນຣັສເຊຍ ກໍຈະໄດ້ສູມໃສ່ປົດປ່ອຍບັນດາເມືອງຊາຍຝັ່ງ ແລະພາກຕາເວັນອອກທັງໝົດຂອງຢູເຄຣນ ໃຫ້ສຳເລັດ.

ທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page