ສາວໂພສແພ້ປາທູຫນື້ງ ໄດ້ນໍາສົ່ງໂຮງໝໍ ຄາດວ່າຖືກສານຟໍມາລີນ

ສາວໂພສແພ້ປາທູຫນື້ງ ໄດ້ນໍາສົ່ງໂຮງໝໍ ຄາດວ່າຖືກສານຟໍມາລີນ

ສາວກະບີ່ ໂພສແພ້ ປາທູຫນື້ງ ອາການໜັກຫາຍໃຈບໍ່ອອກ, ລີ້ນຊາ,ໜ້່າບວມ,ອາຈຽນ ພີ່ນ້ອງພານໍາສົ່ງໂຮງໝໍ ເກືອບຕາຍ ຄົນເຂົ້າມາຄອມເມັ້ນບໍ່ໜ້າເຊື່ອວ່າມາຈາກປາທູ ອາດຈະເປັນອາການແພ້ສານເຄມີບາງຢ່າງ ສ່ວນທ່ານໝໍ ສັນນິຖານເບື້ອງຕົ້ນອາດເປັນສານຟໍມາລີນທີ່ໃຊ້ດອງປາ.

ເຊີ່ງເນື້ອຫາບາງສ່ວນລາວໄດ້ລະບຸວ່າ ລາວໄດ້ເອົາມາທອດກິນໃນຕອນທ່ຽງ ຕອນກີນມັນແປກໆລີ້ນ ແລະ ຄັນໆທີ່ລີ້ນ ກິນໝົດໄປໂຕ1 ລີ້ນຊາ ກໍຄິດໃນໃຈວ່າເປັນຫຍັງ?
ໃນຂະນະນັ້ນກໍມີອາການເຈັບຫົວເລີຍນອນຫຼັບໄປໜ້ອຍໜື່ງ ຕື່ນມາກໍຕົກໃຈ ໂຕແດງ,

ໃຈສັ່ນ,ຫາຍໃຈບໍ່ອອກ,ໜ້າຕາບວມ,ອາຈຽນ ຂັບລົດບໍ່ໄຫວຕາລາຍໄປໝົດ “ ເຊີ່ງຫຼັງຈາກມີຄົນເຂົ້າມາເບີ່ງໂພສ ດັ່ງກ່າວ ຜູ້ຄົນບາງສ່ວນກໍເຂົ້າມາສະແດງຄວາມເຫັນວ່າ ສີ່ງທີ່ລາວແພ້ ອາດບໍ່ແມ່ນປາທູ ແຕ່ອາດຈະເປັນເພາະສານເຄມີບາງຢ່າງທີ່ໃຊ້ສໍາລັບແຊ່ ຫຼື ດອງໃຫ້ປາຍັງສົດຕະຫຼອດ.

ຕໍ່ມາ ໄດ້ເຜີຍວ່າ ກ່ອນໜ້ານີ້ບໍ່ເຄີຍມີອາການແພ້ອາຫານທະເລມາກ່ອນ ກີນໄດ້ທຸກຢ່າງ ຫາກໍເປັນຄັ້ງທໍາອິດ ແລະ ມີເພື່ອນອີກຄົນ ທີ່ກີນປາທູ ແລ້ວມີອາການເລັກໜ້ອຍ ລາວເບີ່ງວ່າ ອາການແພ້ດັ່ງກ່າວ ອາດຈະເປັນກັບບາງຄົນເທົ່ານັ້ນ.(ເຫດການນີ້ເກີດຂຶ້ນທີ່ປະເທດເພື່ອນບ້ານ)

ທີ່ມາ: ກະດານຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page