ທ່າບໍ່ດີແລ້ວ! ຣັດເຊຍຖະຫຼົ່ມໜັກປີດລ້ອມກອງກຳລັງຢູເຄຼນ ຄຽບຮຽກຮ້ອງຕາເວັນຕົກສົ່ງອາວຸດຊ່ວຍດ່ວນ
ທ່າບໍ່ດີແລ້ວ! ຣັດເຊຍ ຖະຫຼົ່ມໜັກປິດລ້ອມກອງກໍາລັງຢູເຄຣນ ຄຽບຮຽກຮ້ອງຕາເວັນຕົກສົ່ງອາວຸດຍິງໄລຍະໄກຊ່ວຍດ່ວນ. ກອງກໍາລັງຣັດເຊຍ ໂຈມຕີເມືອງຊີວີໂຣໂດເນດ ຂອງຢູເຄຣນ ຫຼັງອ້າງວ່າສາມາດຍຶດເມືອງລີມັນ ສູນກາງເດີນລົດໄຟທີ່ຢູ່ໃກ້ກັນ
ໃນຂະນະທີ່ຄຽບສົ່ງສຽງຮຽກຮ້ອງດັງຂື້ນ ເຊິ່ງການຮຽກຮ້ອງຂໍອາວຸດຍິງໄລຍະໄກຈາກຕາເວັນຕົກ ເພື່ອຊ່ວຍຕີຕອບໂຕ້ກັບໃນເຂດດອນບາສ. ທະຫານຣັດເຊຍເຄື່ອນທີ່ຢ່າງຊ້າໆ ແຕ່ຕໍ່ເນື່ອງໃນຊ່ວງຜ່ານມາ ເຊີ່ງຊີ້ໃຫ້ເຫັນແນວໂນ້ມທີ່ປ່ຽນໄປຂອງກະເເສສົງຄາມທີ່ຕອນນີ້ເຂົ້າສູ່ເດືອນທີ4 ແລ້ວ
ປະຈຸບັນເບິ່ງວ່າກອງກໍາລັງຜູ້ຮຸກຮານໃກ້ຍືດພື້ນທີ່ທັງໝົດຂອງແຄຣ້ນລູຮັນ ໃນເຂດດອນບາສ ໜື່ງໃນເປົ້າໝາຍທີ່ເຄຣມລິນປັກທຸງໄວ້ ຫຼັງຈາກຖິ້ມການໂຈມຕີກຣຸງຄຽບ ໃນທ່າມກາງການຕໍ່ຕ້ານຢ່າງດຸເດຶອດຂອງກອງກໍາລັງຢູເຄຣນ.
ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍໄດ້ລະບຸວ່າ: ກອງທະຫານຂອງພວກເຂົາ ແລະ ພັນທະມິດກອງກໍາລັງແບ່ງແຍກດິນແດນ ເວລານີ້ຄວບຄຸມເມືອງລີມັນຢ່າງສໍາເລັດເດັດຂາດແລ້ວ ໃນຂະນະທີ່ເມືອງແຫ່ງນີ້ເປັນທາງແຍກທາງລົດໄຟ ທາງຕາເວັນຕົກຂອງລຸ່ມແມ່ນໍ້າ ຊິວເວີສະກີ ໃນແຄວ້ນໂດເນດ
ທີ່ຢູ່ຕິດກັບແຄວ້ນລູຮັນ ແລະ ລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ ບອກວ່າຍັງຄົງມີການຕໍ່ສູ້ຮົບໃນລີມັນ.