ເອົາແລ້ວ! ເຊເລນສະກີບໍ່ພໍໃຈຜູ້ນຳອີຢູຢ່າງແຮງ ບໍ່ຊັດເຈນວ່າຈະຮັບຢູເຄຼນເປັນສະມາຊິກຫຼືບໍ່?

ເອົາແລ້ວ! ເຊເລນສະກີຄຽດໃຫ້ຜູ້ນໍາອີຢູ ເວົ້າຊັດເຈນວ່າຈະຮັບຢູເຄຣນເປັນສະມາຊິກຫຼືບໍ່

ເຊເລນສະກີ ປະທານາທິບໍດີຢູເຄຼນ ໃຫ້ສໍາພາດວ່າ ນາຍົກລັດຖະມົນຕີ ມາກ ຣຸດ ຂອງເນເທີແລນ ຈໍາເປັນຕ້ອງເວົ້າໃຫ້ຊັດເຈນວ່າຢູເຄຼນມີອານາຄົດໃນສະຫະພາບຢູໂຣບຫຼືບໍ໋ ຫຼັງຈາກ ຣຸດ ເປັນໜື່ງນັກການເມືອງອີຢູລະດັບສູງຫຼາຍຄົນທີ່ຕັ້ງຂໍ້ສົງໃສກ່ຽວກັບຄວາມເປັນໄປໄດ້ໃນການອ້າແຂວນຮັບຢູເຄູນເປັນສະມາຊິກກຸ່ມຢ່າງໄວ.

ຣຸດ ເວົ້າກັບ ເຊເລນສະກີ ທາງໂທລະສັບ ຫຼັງຈາກຜູ້ນໍາເນເທີແລນກ່າວປາກເວົ້າທາງໄກຕໍ່ລັດຖະສະພາຢູເຄຼນໃນກຣຸງຄຽບ ທັງນີ້ ຣຸດ ສະແດງຈຸດຢືນສະໜັບສະໜູນຢູເຄຼນໃນຄວາມຂັດແຍ້ງກັບຣັດເຊຍ ແຕ່ບໍ່ໄດ້ບົ່ງຊີ້ອັນໃດ ວ່າຈະຍອມຮັບສະໜັກເປັນສະມາຊິກອີຢູຂອງຢູເຄຼນໃນອານາຄົດອັນໃກ້ນີ້.

“ ຂ້ອຍເວົ້າກັບເຂົາຢ່າງເປີດເຜີຍຫຼາຍ ຂ້ອຍບອກກັບເຂົາວ່າ ຫາກເຂົາຄິດວ່າບໍ່ມີບ່ອນວ່າງສໍາລັບເຂົາໃນອີຢູ ຕອນນັ້ນກໍຄວນເວົ້າໃຫ້ຊັດເຈນ” ເຊເລນສະກີໄດ້ກ່າວ “ ເຈົ້າຊ່ວຍເຫຼືອເຮົາແທ້ໆ ແລະ ຂ້ອຍຮູ້ສຶກຂອບໃຈສໍາລັບສິ່ງນັ້ນ

ແຕ່ໃນສ່ວນທີ່ກ່ຽວຂ້ອງກັບອີຢູ ເຈົ້າຍັງປິກປາກມິດຢູ່ ໃນສິ່ງຕ່າງໆ ທັງໝົດທີ່ເຮົາຕ້ອງການໄດ້ຍິນ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page