ອາການບໍ່ຄ່ອຍດີ! ໄບເດນສັບສົນ ຮຽກຊື່ຜິດລະຫວ່າງເກົາຫຼີເໜືອກັບເກົາຫຼີໃຕ້
ປະທານາທິບໍດີໂຈ ໄບເດນ ຂອງສະຫະລັດ ອອກອາການສັບສົນອີກຄັ້ງ ເວົ້າພາດພິງສັບສົນລະຫວ່າງເກົາຫຼີເໜືອ ກັບ ເກົາຫຼີໃຕ້ ຂະນະສະແດງຄວາມຄິດເຫັນກ່ຽວກັບມາດຕະການຂວ້ຳບາດຫຼິ້ນງານຣັດເຊຍ ຕອບໂຕ້ກໍລະນີ ຮຸກຮານຢູເຄຼນ.
ໃນລະຫວ່າງກ່າວຄໍາປາໄສ ໃນພິທີສໍາເລັດການສຶກສາຂອງໂຮງຮຽນນາຍພົນແອນນາໂປລິສ ລັດແມຣີແລນ ໄບເດນເວົ້າເຖິງຄວາມສໍາຄັນຂອງການຮ່ວມມືກັນລະຫວ່າງສະຫະລັດ ກັບພັນທະມິດໃນທາງຜົນປະໂຫຍດດ້ານຄວາມໝັ່ນຄົງຂອງໂລກ
ແລະ ໄດ້ຍົກຕົວຢ່າງຄວາມຮ່ວມມືລັກສະນະດັ່ງກ່າວ ພາດພິງເຖິງກໍລະນີທີ່ບັນດາປະເທດຕາເວັນຕົກກໍານົດມາດຕະການຂວ້ຳບາດຫຼິ້ນງານຣັດເຊຍ ຕໍ່ກໍລະນີປະຕິບັດການທາງທະຫານຮຸກຮານຢູເຄຣນ.
“ມີໃຜຄິດບໍວ່າ ຕອນທີ່ຂ້ອຍຮຽກຮ້ອງຂໍໃຫ້ຂວ້ຳບາດຫຼີ້ນງານຣັດເຊຍນອກເໜືອຈາກນາໂຕ້ແລ້ວ ອອັສເຕເລຍ,ຢີ່ປຸ່ນ,ເກົາຫຼີເໜືອ ແລະ ບາງປະເທດຂອງເອເຊຍຈະຢືດໝັ້ນ ແລະ ສະໜັບສະໜູນມາດຕະການຂວ້ຳບາດເຫຼົ່ານີ້” ຜູ້ນໍາສະຫະລັດໄດ້ກ່າວ.
ຢ່າງໃດກໍຕາມໃນຄວາມເປັນຈິງຄື ເກົາຫຼີເໜືອ ພວກເຂົາກໍຖືກ ວໍຊິງຕັນ ຂວ້ຳບາດຢ່າງໜັກ ເປັນໜື່ງໃນ 5ຊາດທີ່ລົງມະຕິ ໃນກອງປະຊຸມໃຫຍ່ແຫ່ງສະພາປະຊາຊາດຄັດຄ້ານປະນາມການປະຕິບັດທາງການທະຫານຂອງຣັດເຊຍໃນຢູເຄຼນ.