ຜູ້ນຳຢູເຄຼນຢ້ຽມຢາມທະຫານແນວໜ້າຄັ້ງທຳອິດຕັ້ງແຕ່ເກີດສົງຄາມ

ຜູ້ນຳຢູເຄຼນຢ້ຽມຢາມທະຫານແນວໜ້າຄັ້ງທຳອິດຕັ້ງແຕ່ເກີດສົງຄາມ

-ເຊເລນສະກີຢ້ຽມຢາມແນວໜ້າຄັ້ງທໍາອິດນັບຕັ້ງແຕ່ເກີດສົງຄາມ ໄລ່ຫົວໜ້າຮັກສາຄວາມໝັ່ນຄົງອອກໃນການທີ່ບໍປົກປ້ອງເມືອງ. ປະທານາທິບໍດີ ໂວໂລດິມີ ເຊເລນສະກີ ຂອງຢູເຄຼນ ເດີນທາງຢ້ຽງຢາມພາກຕາເວັນອອກຂອງປະເທດ ທີ່ຖືກສົງຄາມຖະຫຼົ່ມໜັກ ເປັນຄັ້ງທໍາອິດນັບຕັ້ງແຕ່ຣັດເຊຍຮຸກຮາກ ໃນຂະນະທີ່ກອງກໍາລັງຣັດເຊຍລຸກຮື້ເມືອງສໍາຄັນຕ່າງໆ ໃນເຂດດອນບາສ.

ຫຼັງຈາກເດີນທາງຢ້ຽມຢາມເມືອງຄາຄິ ເຊເລນສະກີ ຖະແຫຼງວ່າເຂົາບໍ່ໄດ້ໄລ່ອອກ ຜູ້ບັນຊາການຄວາມໝັ່ນຄົງທາງພາກຕາເວັນອອກສຽງເໜືອແຫ່ງນີ້ໃນການຕໍານິຕໍ່ໜ້າສາທານະຢ່າງທີ່ບໍ່ເຄີຍພົບເຫັນ.

ເຊເລນສະກີລະບຸວ່າ ຜູ້ບັນຊາການຄວາມໝັ່ນຄົງທ້ອງຖິ່ນທ່ານນີ້ ຖຶກປົດ “ ໂທດຖານທີ່ບໍ່ເຮັດວຽກເພື່ອປົກປ້ອງເມືອງຕັ້ງແຕ່ມື້ທຳອິດ ຂອງການຕໍ່ສູເສົງຄາມເຕັມຮູບແບບ ແລະ ຄິດຫາແຕ່ເລື່ອງຂອງຕົນເອງເທົ່ານັ້ນ”

ເຖິງແມ່ນວ່າປະທານາທິບໍ່ດີບໍ່ໄດ້ເວົ້າຊື່ເຈົ້າໜ້າທີ່ຄົນດັ່ງກ່າວ ແຕ່ສື່ມວນຊົນຢູເຄຼນລະບຸວ່າ ບຸກຄົນທ່ານນີ້ຄື ໂຣມັນ ດູດິນ ຫົວໜ້າໜ່ວຍງານຄວາມໝັ່ນຄົງ SBU ປະຈໍາແຄວ້ນຄາຄິ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page