ຣັດເຊຍເຕືອນຕາເວັນຕົກຫວັງຫັນເອີລົບໃຫ້ເປັນແບບການທະຫານແມ່ນຈະບໍ່ຮັບຜົນດີໃດໆ

ຣັດເຊຍເຕືອນຕາເວັນຕົກຫວັງຫັນເອີລົບໃຫ້ເປັນແບບການທະຫານແມ່ນຈະບໍ່ຮັບຜົນດີໃດໆ

ວັນທີ 29 ພຶດສະພານີ້, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຝຣັ່ງ, ທ່ານເຊີເກ ລາຟໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ປະເທດຕາເວັນຕົກຫວັງຫັນສະຫະພາບເອີລົບໃຫ້ເປັນແບບການທະຫານ ເຮັດໃຫ້ມີລັກສະນະການທະຫານ, ນີ້ຈະບໍ່ໄດ້ຮັບຜົນດີໃດໆ.

ສະຫະພາບເອີລົບທີ່ຫັນເປັນແບບການທະຫານຈະຖືກນາໂຕຖືເປັນສິ່ງສຳຮອງຂອງຕົນ ຫາກບໍ່ແມ່ນອົງກອນເອກະລາດທີ່ສາມາດຕົກລົງນຳໃຊ້ກຳລັງອາວຸດແນວໃດດ້ວຍຕົນເອງ.
ທ່ານເຊີເກ ລາຟໂລຟກ່າວຕື່ມວ່າ, ຖ້າວ່າປະເທດທັງຫຼາຍລ້ວນແຕ່ຫວັງໃຫ້ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳຂອງໂລກ

ພ້ອມທັງຫວັງໃຫ້ຈັດຕັ້ງປະຕິບັດສັນຍາທີ່ປະທານາທິບໍດີປະເທດຕ່າງໆຂອງເອີລົບໄດ້ເຊັນກັນພາຍໃນຂອບອົງການຄວາມໝັ້ນຄົງເອີລົບ ແລະ ເຫັນດີນຳຫຼັກການຄວາມໝັ້ນຄົງທີ່ສະເໝີພາບ ແລະ ແບ່ງແຍກບໍ່ໄດ້, ເຫັນວ່າປະເທດໃດໆກໍ່ບໍ່ຄວນເພີ່ມທະວີຄວາມໝັ້ນຄົງຂອງຕົນໂດຍຜ່ານການເສຍສະຫຼະຂອງປະເທດອື່ນໆ, ສະນັ້ນ ການຫາລືບັນຫາເຫຼົ່ານີ້ແມ່ນມີຄວາມຈຳເປັນ.

ແຕ່ຫຼັງຈາກເຫດການທີ່ໄດ້ສະແດງໃຫ້ເຫັນຈຸດປະສົງຕໍ່ຣັດເຊຍທີ່ແທ້ຈິງຂອງປະເທດຕາເວັນຕົກເກີດຂຶ້ນແລ້ວ, ຣັດເຊຍຈະຫາລືບັນຫາທີ່ກ່ຽວຂ້ອງດ້ວຍແງ່ທີ່ບໍ່ຄືກັບເມື່ອກ່ອນ, ຣັດເຊຍຈະບໍ່ເຊື່ອອັນທີ່ເອີ້ນວ່າຄຳໝັ້ນສັນຍາອີກຕໍ່ໄປ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page