ຢ່າຫາເຮັດ! 6ເລື່ອງທີ່ມັກໂພສລົງເຟສບຸກແລ້ວຄົນອື່ນເບິ່ງເຈົ້າເປັນຕົວຕາຫຼົກ.

-ຢ່າຫາເຮັດ! 6ເລື່ອງທີ່ມັກໂພສລົງເຟສບຸກແລ້ວຄົນອື່ນເບິ່ງເຈົ້າເປັນຕົວຕາຫຼົກ.

1.ໂພສຮູບຮ້ອງໄຫ້ ຮູບໂຊເນື້ອໜັງເພື່ອຮຍກຮ້ອງຄວາມສົນໃຈ: ມັນເປັນຄວາມຂັດກັນ ທີ່ເຮັດໃຫ້ເກີດຄວາມຕະຫຼົກ ເພາະຄົນທີ່ມາເຫັນສ່ວນໃຫຍ່ ມັກຄິດວ່າ “ຮ້ອງໄຫ້ ເສຍໃຈ ເຈົ້າຍັງມີອາລົມຖ່າຍຮູບຕົນເອງໃນສະພາບໜ້າພັງໆອີກຫວາ”
“ປາກບອກບໍ່ມັກພວກຫື່່ນ ພວກຄຸກຄາມທາງເພດ ແລ້ວຈະໂຊລໍ້ເສືອລໍ້ແຂ້ເຮັດຫຍັງ” ຄ້າຍກັບວ່າຮຽກຮ້ອງຄວາມສົນໃຈ ແລະ ເຫັນແກ່ຕົວ ເພາະບໍ່ຮູ້ມາລະຍາດທາງສັງຄົມ,ບໍ່ຮູ້ຈັກກາລະເທສະ ຖ້າບໍ່ຢາກໃຫ້ຄົນອື່ນເວົ່້າໃຫ້ ກໍຕ້ອງຄິດໃຫ້ດີກ່ອນໂພສ.

2.ລະເມີເຖິງຄວາມໂສດທຸກລະດູ,ທຸກເຊົ້າ,ສວຍ,ແລງ
ຜູ້ຍິງໂສດຈະໜ້າຮັກກໍຕໍ່ເມື່ອ ບໍ່ໂປຣໂມດຕົນເອງຄືສິນຄ້າ ໂສດແບບມີຄວາມເປັນທໍາມະຊາດ ບໍ່ຕ້ອງດຸໂພສວ່າ ຈີບຂ້ອຍແມະ ຂ້ອຍອ່ອຍແລ້ວໃດ ໂສດແລ້ວເຫງົາ ອີຫຍັງປະມານິ ຢາກໃຫ້ມີຄົນມາຈີບ ບໍ່ຕ້ອງຮີບຂາຍຕົນເອງປານນັ້ນ ຊີວິດເຮົາຍັງມີເລື່ອງອື່ນໃຫ້ສົນໃຈອີກຫຼາຍ ເລື່ອງຄວາມຮັກ ຖ້າມັນຈະມາດຽວກໍມາເອງ ໂດຍທີ່ເຮົາບໍ່ຕ້ອງຮຽກຮ້ອງໃຫ້ເໝື່ອຍ.

3.ໂພສຮູບຈົ່ມຮູບຮ່າງຕົນເອງ ຢ່າດ່າຕົນເອງ ເພື່ອໃຫ້ຄົນອື່ນຍ້ອງ ແຕ່ຄວນໃຫ້ຄົນອື່ນຍ້ອງຕາມຄວາມເປັນຈິງ ຕາມທຳມະຊາດ.ເຊິ່ງຄວາມສວຍງາມທີ່ແທ້ຈິງຄວນມາຈາກການໝັ່ນໃຈໃນຕົນເອງວ່າມີດີ ສ່ວນອັນໃດທີ່ບໍ່ດີກໍຮູ້ຕົວເອງ.

4.ເອົາເລື່ອງພາຍໃນມາປະກາດໃຫ້ໂລກຮູ້
ຊັງໃຜຜິດກັບໃຜກໍຕາມ ບໍ່ວ່າຈະເປັນຄົນໃນຄອບຄົວ,ໝູ່ເພື່ອຫຼື ແຟນ ການໂພສອອກໄປບໍ່ແມ່ນເປັນພຽງການລະບາຍອາລົມແລ້ວຈົບອາດມີຜົນກະທົຍທີ່ໜັກກ່ອນຫັ້ນຄົນອື່ນອາດເບີ່ງບໍ່ດີ ຄວນໄປເຄຍໃຫ້ຈົບແລະໃຫ້ມີສະຕິໃນການໂພສໜ້ອຍໜື່ງ.

5.ຫຍາບຄາຍເປັນນິໃສ ຄິດວ່າຄວາມໃນໃຈທີ່ຈິງໃຈທີ່ສຸດ
ເຊິ່ງການສະແດງອອກມີຜົນຕໍ່ຈິດວິທະຍາກັບໂຕເຮົາສະເໝີ ຖ້າເຮົາບໍ່ຮູ້ຈັກແຍກແຍະ ວ່າຕອນໃດຄວນໃຊ້ຄໍາໃດ ມັນອາດບໍ່ຊ່ວຍເຮັດໃຫ້ຕົນເອງດູດີຄວນເລືອກທີ່ຈະວາງຕົວໃຫ້ເໝາະສົມ

6.ຕອບກັບຄອມເມັ້ນທີ່ບໍ່ເປັນໃຈ ດ້ວຍວິທີແຮງມາແຮງກັບ
ບັນຫາທີ່ບໍ່ດີ ເຮົາເລືອກທີ່ຈະຈົບແບບງາມໆ ດ້ວຍການອະທິບາຍເຫດຜົນດີໆ ຫຼືປ່ອຍໄປ ບໍ່ຕອບໂຕ້ ບໍ່ໃຫ້ຄວາມສໍາຄັນ ດ່າກັນໄປມາກໍບໍ່ຈົບຈັກເທື່ອ ຢ່າເສຍເວລາດືງຕົນເອງລົງຕໍ່າໃນເລື່ອງທີ່ບໍ່ເປັນເລື່ອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page