ລັດເຊຍປະກາດຊັດເຈນວ່າ ການບຸກຍຶດດອນບາສຈາກຢູເຄຼນຄືເປົ້າໝາຍອັນສູງສຸດ
ການປົດປ່ອຍເຂດດອນບາສຂອງຢູເຄຮນ “ ມີຄວາມສໍາຄັນລໍາດັບຕົ້ນໆ” ສໍາຫຼັບມອສໂກ ສ່ວນດີນແດນອື່ນໆຂອງຢູເຄຣນນັ້້ນຄວນຕັດສິນໃຈອານາຄົດຂອງພວກເຂົາເອງ ຈາກຄໍາກ່າວຂອງເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດຂອງຣັດເຊຍ
ລາບຣອບ ໃຫ້ສໍາພາດວ່າ ໃນຂະນະທີ່ຣັດເຊຍ ເດີນໜ້າປະຕິບັດການຮຸກຮານ ເພື່ອຄວບຄຸມເມືອງສໍາຄັນຕ່າງໆ ໃນເຂດດອນບາສ ດີນແດນອຸດສາຫະກໍາດັ້ງເດີມຂອງຢູເຄຮນ ເຊີ່ງປະກອບດ້ວຍແຄວ້ນໂດເນດ ແລະ ແຄວ້ນລູຮັນ ເຂົາເນັ້ນໜັກຄໍາກ່າວອ້າງຂອງມອສໂກ ທີ່ລະບຸວ່າ
“ ປະຕິບັດການພິເສດດ້ານການທະຫານ” ໃນຢູເຄຣນຂອງພວກເຂົາເພື່ອປົດອາວຸດປະເທດເພື່ອນບ້ານ ຫຼັງຈາກນາໂຕ້ແຜ່ຂະຫຍາຍຂອບເຂດມາທາງທິດຕາເວັນອອກ ແລະ ກວາດລ້າງສິ່ງທີ່ພວກເຂົາເບີ່ງເປັນ “ ພວກຊາດນິຍົມທີ່ມີນາຊີເປັນແຮງບັນດາໃນ” ໃນຂະນະທີ່ ຄຽບ ແລະ ຕາເວັນຕົກລະບຸວ່າ ຄໍາກ່າວຫາເຫຼົ່ານັ້ນເປັນພຽງຂໍ້ອ້າງທີ່ບໍ່ມີສາລະໃນເປົ້າໝາຍຍືດຄອງດິນແດນ.
“ການປົດປ່ອຍແຄວ້ນໂດເນດ ແລະ ແຄວ້ນລູຮັນ ທີ່ໄດ້ຮັບການຮັບຮອງຈາກລັດຖະບານກາງຣັດເຊຍໃນຖານະຣັດເອກະລາດ ຄືຄວາມສໍາຄັນລໍາດັບຕົ້ນໆ ທີ່ບໍ່ມີເງື່ອນໄຂ” ລາບຣອບ ລະບຸໃນການຖະແຫຼງທີ່ເປັນລາຍລັກອັກສອນ ເຜີຍແຜ່ໂດຍກະຊວງການຕ່າງປະເທດຂອງຣັດເຊຍ