ຣັດເຊຍສົ່ງເຮືອຂົນເຫຼັກອອກຈາກມາຣີອູໂປຼ ດ້ານຄຽບໂວຍວາຍວ່າປຸ້ນກັນຄັກໆ!
ນັກຂ່າວຂອງຣັດເຊຍ ລາຍງານວ່າ ມີເຮືອ ຢລໍາ ຖຶກສົ່ງເຂົ້າໄປເມືອງທ່າມາຣິອູໂປ ຂອງຢູເຄຼນເປັນຄັ້ງທຳອິດ ນັບຕັ້ງແຕ່ກອງທັຍຣັດເຊຍຍືດເມືອງນີ້ໄດ້ຢ່າງສໍາເລັດ ເພື່ອທີ່ຈະລໍາລຽງເຫຼັກຫຼາຍພັນຕັນສົ່ງກັບໄປຍັງຣັດເຊຍໃນການເຄື່ອນໄຫວທີ່ເຈົ້າໜ້າທີ່ຄຽບປະນາມວ່າບໍ່ຕ່າງກັບການ “ ປຸ້ນ”
ເຊິ່ງໄດ້ມີການຢືນຢັນວ່າເຮືອລໍານີ້ຈະຂົນເລັກນໍ້ານັກປະມານ 2.700ຕັນ ຈາກມາຣິປູໂອ ມຸ່ງໜ້າໄປທາງຕາເວັນອອກສູ່ເມືອງຣັອດຕັອບ-ອອນ-ດອນ ຂອງຮັດເຊຍ ແຕ່ບໍ່ໄດ້ບອກວ່າເລັກເຫຼົ່ານີ້ຖືກຜະລິດຂື້ນຢູ່ບ່ອນໃດ.
ລຸດມິລາ ເດນິໂຊວາ ເຈົ້າໜ້າທີ່ສິດທິມະນຸດຂອງຢູເຄຼນ ຊີ້ວ່າການຂົນເຫຼັກຈາກມາຣິອູໂປ ໄປຍັງຮັດເຊຍບໍ່ຕ່າງຫຍັງກັບການປຸ້ນ“ການປຸ້ນຊັບສິນໃນດິນແດນທີ່ຖຶກຍຶດຄອງຊົ່ວຄາວຍັງຄົງເກີດຂື້ນຢູ່”
ຫຼັງຈາກທີ່ປຸ້ນເຂົ້າສາລີຂອງຢູເຄຼນແລ້ວ ກອງກໍາລຫງຜູ້ຍືດຄອງຍັງເລີ່ມຂົນເອົາຜະຫຼິດຕະພັນເລັກຂອງຢູເຄຼນອອກໄປຈາກມາຣິປູໂອອີກດ້ວຍ”
ບໍລິສັດ Metinvest ເປັນຜູ້ຜະລິດລາຍໃຫຍ່ທີ່ສຸດຂອງຢູເຄຼນອອກມາສະແດງຄວາມກັງວົນວ່າຣັດເຊຍອາດໃຊ້ເຮືອສີນຄ້າຫຼາຍລໍາເຊີ່ງຕິດຢູ່ທີ່ທ່າເຮືອມາຮີປູໂອ ເພື່ອລັກລອບຂົນຜະລິດຕະພັນໂລຫະຕ່າງໆ ຂອງບໍລິສັດອອກໄປພ້ອມທັງໄດ້ກ່າວຫາວ່າຣັດເຊຍປະຕິບັດຄືກັບ “ ໂຈນສະລັດ”