ເຊີເບຍບໍ່ສົນເອີຣົບ! ຕົກລົງຊື້ກ໊າດຈາກຣັດເຊຍດ້ວຍລາຄາທີ່ພໍໃຈຫຼາຍ

ຍອມຖີ້ມເປົ້າໝາຍຮ່ວມອີຢູ! ເຊີເບຍທໍາລາຍສະຫະພາບຢູໂຮບ ຕົກລົງຊື້ກ໊າດທຳມະຊາດຣັດເຊຍ

ປະທານາທິບໍດີ ອາເລັກຊານດາ ວູຊິດ ຂອງເຊີເບຍ ຖະແຫຼງວ່າຂໍ້ຕົກລົງການສະໜອງກ໊າດທຳມະຊາດ “ ທີ່ໜ້າພໍໃຈຢ່າງຍິ່ງ” ກັບ ຣັດເຊຍ ສວນທາງກັບຄວາມພະຍາຍາມຂອງສະຫະພາບຢູໂຣບ(ອີຢູ) ທີ່ຫວັງຫຼຸດການເພີ່ງພາພະລັງງານຂອງມອສໂກແບບຄ່ອຍເປັນຄ່ອຍໄປ.

ວູຊິດ ອ້າງວ່າເຂົາຕ້ອງການພາເຊີເບຍເຂົ້າຮ່ວມກັບສະຫະພາບຢູໂຣບ ແຕ່ໃນຊ່ວງປີທີ່ຜ່ານມາເຂົາມີຄວາມສໍາພັນກັບຣັດເຊຍ ພັນທະມິດເກົ່າແກ່ ແໜ້ນແຟ້ນຂື້ນ ປະທານາທິບໍດີທ່ານນີ້ປະຕິເສດປະນາມຣັດເຊຍຢ່າງຊັດເຈນຕໍກໍລະນີຮຸກຮານຢູເຄຣນ

ແລະ ປະເທດຂອງເຂົາບໍ່ເຂົ້າຮ່ວມກັບຕາເວັນຕົກໃນການກໍານົດມາດຕະການຂວ້ຳບາດຫຼີ້ນງານມອສໂກ ຂໍ້ຕົກລົງຊື້-ຂາຍ ກ໊າດທຳມະຊາດລະຫວ່າງເຊີເບຍກັບຣັດເຊຍ ມີຂື້ນຫຼັງຈາກ ມອສໂກຕັດຂາດກ໊າດທຳມະຊາດທີ່ມອບໃຫ້ 3ຊາດສະມາຊິກອີຢູຢ່າງຟິນແລນ,ໂປແລນ ແລະ ບຸກາຣີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page