ໄບເດັນດັບຝັນເຊເລນສະກີ!ປະຕິເສດສົ່ງລູກສອນໄຟຍິງໄກໃຫ້ຢູເຄຼນ
ປະທານາທິບໍດີໂຈ ໄບເດນ ຂອງສະຫະລັດ ລະບຸວ່າ ເຂົາຈະບໍ່ສົ່ງລະບົບຈະລວດທີ່ສາມາດໂຈມຕີເປົ້າໝາຍຕ່າງໆ ຢ່າງແມ່ນຍໍາພາຍໃນດິນແດນຣັດເຊຍໃຫ້ແກ່ຢູເຄຼນ ໃນບໍກີ່ມື້ທີ່ຜ່ານມາ ຄຍບສົ່ງສຽງຮ້ອງຂໍອາວຸດຍິງໄກເປັນການເລັ່ງດ່ວນ
ການເຄື່ອນໄຫວທີ່ກະຕຸ້ນໃຫ້ສະມາຊິກຣີພັບລິກັນອອກມາຕໍານິດ້ວຍຖ້ອຍຄໍາຮຸນແຮງວ່າເປັນການ “ທໍລະຍົດຫັກຫຼັງຢູເຄຼນ” ຢູເຄຼນ ຜູ້ກະຕືລືລົ້ນຕາເວັນຕົກ ໄດ້ຮັບຄວາມຊ່ວຍເຫຼືອທາງທະຫານຫຼາກຫຼາຍຈາກສະຫະລັດ ນັບຕັ້ງແຕ່ ຣັດເຊຍເປີດສາກຮຸກຮານປະເທດເພື່ອນບ້ານແຫ່ງນີ້
ທີ່ມີແສນຍານຸພາບດ້ານການທະຫານຕໍ່າກວ່າໃນຊ່ວງທ້າຍເດືອນ ແຕ່ ຄຽບ ບອກວ່າພວກເຂົາຕ້ອງການຈະຫຼວດຍິງໄກທຽບເທົ່າກັບກອງກໍາລັງມອສໂກໃຊ້ ຄຽບ ສົ່ງສຽງຮຽກຮ້ອງໄປຫາສະຫະລັດ ຮ້ອງຂໍລະບົບຈະຫຼວດຍິງໄກເຄື່ອນທີ່ ເຊິ່ງສາມາດຍິງຈະຫຼວດຫຼາຍລູກໃນເວລາດຽວກັນ
ອາວຸດ ດັ່ງກ່າວຈະຊ່ວຍໃຫ້ກອງກໍາລັງຢູເຄຼນ ມີສັກກາຍະພາບ ໂຈມຕີຢ່າງຊັດເຈນ ເປົ້າໝາຍຕ່າງໆ ທີ່ຢູ່ຫຼັງແນວໜ້າໄກອອກໄປຂອງຣັດເຊຍ ເຖິງແມ່ນວ່າບໍ່ຊັດເຈນວ່າ ຄຽບ ມີຄວາມຕັ້ງໃຈຈະເຮັດແບບນັ້ນຫຼືບໍ