-ຄຸນປະໂຫຍດຈາກນໍ້າໝາກນາວດີຕໍ່ສຸຂະພາບ

-ຄຸນປະໂຫຍດຈາກນໍ້າໝາກນາວດີຕໍ່ສຸຂະພາບ

ເຊີ່ງນໍ້າໝາກນາວເປັນແຫຼ່ງສານອາຫານທີ່ດີຕໍ່ສຸຂະພາບ ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຮ່າງກາຍ ແລະ ຊະລ້າງສານພິດທີ່ເປັນອັນຕະລາຍອອກໄປ ແລະ ນໍ້າໝາກນາວຍັງມີວິຕາມິນ ແລະ ທາດເຫຼັກມີຊັບພະຄຸນຊ່ວຍເສີມສ້າງພູມຄຸມກັນໄດ້ອີກ ມື້ນິເຮົາຈະບອກກ່ຽວກັບຄຸນປະໂຫຍດດັ່ງລຸ່ມນີ້:

1.ຊ່ວຍໃນການຍ່ອຍອາຫານ: ຈະຊ່ວຍກະຕຸ້ນຕັບໃນການຜະລິດນໍ້າໄດ້ດີທີ່ຈໍາເປັນຕໍ່ການຍ່ອຍອາຫານ ຍັງຊ່ວຍຊະລ້າງສານຜິດອອກຈາກຮ່າງກາຍ ແລະ ຊ່ວຍບັນເທົາອາການອືດທ້ອງ,ຊ່ວຍກະຕຸ້ນການເຄື່ອນໄຫວຂອງລໍາໄສ້.

2.ຊ່ວຍລົດນໍ້າໜັກ ການດື່ມນໍ້າໝາກນາວອຸ່ນກັບນໍ້າເຜິ້ງ ຈະຊ່ວຍໃຫ້ອີ່ມທ້ອງໄດ້ດົນຂື້ນ ເນື່ອງຈາກໝາກນາວມີເພກທິນສູງ ມີຄວາມເປັນດ່າງຫຼາຍຂື້ນ ແລະ ຊ່ວຍຫຼຸດນໍ້າໜັກໄດ້ໄວ.

3.ເສີມສ້້າງລະບົບພູມຄຸ້ມກັນ
ເນື່ອງຈາກໝາກນາວອຸດົມໄປດ້ວຍວິຕາມິນຊີ ຊ່ວຍເສີມສ້າງລະບົບພູມຄຸ້ມກັນແລະປ້ອງກັນໂລກໄຂ້ຫວັດ,ຊ່ວຍໃນການດູດຊືມທາດເຫຼັກເປັນສານອາຫານທີ່ຈໍາເປັນຕໍ່ລະບົບພູມຄຸ້ມກັນທີ່ສໍາຄັນ

4.ດັບກີ່ນປາກ
ກົດຂອງມາກນາວເມືອລວມກັບຊັບພະຄຸນທາງຍາຂອງນໍ້າເຜີ້ງແລະນໍ້າຈະສາມາດກໍາຈັດກີ່ນປາກໄດ້ ເນື່ອງຈາກໄປກະຕຸ້ນການຜະລິດ ນໍ້າລາຍເພື່ອຂ້າເຊື້ອແບດທີເຣຍ.

5.ຮັກສາອາການຕິດເຊື້ອໃນຄໍ ຊ່ວຍບັນຫາກ່ຽວກັບການຕິດເຊື້ອໃນຄໍ ອາການເຈັບຄໍ ແລະ ຕ່ອມທອນຊິອັກເສບ ດື່ມນໍ້າໝາກນາວອຸນທຸກເຊົ້າຈະຊ່ວຍລົດອາການສ່ຽງຕິດເຊື້ອໃນຄໍ ແລະ ລະບົບທາງເດີນຫາຍໃຈ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page