ສະວີເດັນ-ຟິນແລນອຸກໃຈ! ຜູ້ນຳຕູຣະກີສຽງແຂງບໍ່ໃຫ້ເຂົ້າຮ່ວມນາໂຕ
ປະທານາທິບໍດີ ເຣເຈບ ໄຕຍິບ ແອໂດອັນ ຂອງຕຸຣະກີ ເຜີຍການເຈລະຈາກັບຟິນແລນ ແລະ ສະວີເດນກ່ຽວກັບເລື່ອງທີ່ທັງ 2ຊາດສະມັກເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເນືອ (ນາໂຕ) “ ຍັງບໍ່ເປັນໄປຕາມທີ່ຄາດຫວັງ”
ພ້ອມຢືນຢັນວ່າ ອັງກາຣາ ບໍ່ສາມາດໄຟຂຽວໃຫ້ລັດທີ່່ “ ສະໜັບສະໜຸນ ລັດທິກໍ່ການຮ້າຍ” ເຂົ້າເປັນສະມາຊິກໄດ້.
ລັດຖະບານຕຸຣະກີປະກາດຄັດຄ້ານການຮັບສະວີເດນ ແລະ ຟິນແລນເຂົ້າຮ່ວມນາໂຕ
ເຊິ່ງຈະຖືເປັນການຂະຫຍາຍອານາເຂດຄັ້ງປະຫວັດສາດຂອງກຸ່ມຫຼັງຈາກທີ່ຮັດເຊຍເປີດສຶກຮຸກຮານຢູເຄຼນ.“ ຕາບໃດທີ ເຮເຈບ ໄຕຍິບ ແອໂດອັນ ຍັງເປັນຜູ້ນໍາສາທາລະນະລັດຕຸຣະກີ ເຮົາຈະບໍ່ອານຸຍາດໃຫ້ປະເທດທີ່ສະໜັບສະໜູນກໍ່ການຮ້າຍເຂົ້າຮ່ວມນາໂຕຢ່າງແນ່ນອນ” ຄໍາເວົ້າ ຂອງແອໂດອັນ
ເຊີ່ງແຫຼ່ງຂ່າວໃຫ້ຂໍ້ມູນວ່າ ຜົນການຫາລືກັບຄະນະຜູ້ແທນຟິນແລນ ແລະ ສະວີເດນ ເກືອບຈະບໍ່ມີຄວາມຄືບໜ້າ ແລະ ຍັງບໍ່ແນ່ໃຈວ່າຈະມີການເຈລະຈາຕໍ່ໄປອີກຫຼືບໍ່